Homeຂ່າວນໍ້າຖ້ວມນາຍົກລັດຖະມົນຕີເນັ້ນ! ຕ້ອງຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງຮີບດ່ວນ.

ນາຍົກລັດຖະມົນຕີເນັ້ນ! ຕ້ອງຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງຮີບດ່ວນ.

Published on

ໃນຕອນແລງຂອງວັນທີ 20 ສິງຫາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມ ເຊິ່ງເລີ່ມຈາກ ສວນເຈົ້າອະນຸວົງ ເຂດເມືອງຈັນທະບູລີ ຫາ ບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ນາຍບ້ານ ບ້ານໜອງດາ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງຕິດຕາມສະພາບນໍ້າຖ້ວມເຂດເມືອງດັ່ງກ່າວ.

ຕາມການລາຍງານຂອງເຈົ້າເມືອງ ເມືອງສີໂຄດຕະບອງໃຫ້ຮູ້ວ່າ ປະຈຸບັນສະພາບນໍ້າຂອງໄດ້ໄຫຼ ຖ້ວມ 6 ບ້ານ, ມີ 480 ຄອບຄົວ ເປັນຈໍານວນ 2.384 ຄົນຄື: ບ້ານໜອງດາ, ບ້ານໂນນຂີ້ເຫຼັກ, ບ້ານຕາດທອງ, ບ້ານດ່ານຄໍາ, ບ້ານອ່າງຄໍາ, ບ້ານດອນຊີງຊູ້. ໃນນັ້ນ, ບ້ານທີ່ໄດ້ຮັບຜົນກະທົບໜັກມີບ້ານໜອງດາ, ບ້ານໂນນຂີ້ເຫຼັກ, ບ້ານຕາດທອງ. ປະຈຸບັນ ປະຊາຊົນບ້ານດັ່ງກ່າວໄດ້ຖືກຍົກຍ້າຍມາຢູ່ໂຮງຮຽນປະຖົມໜອງດາ, ວັດຕາດທອງ, ຫ້ອງການບ້ານໂນນຂີ້ເຫຼັກເປັນທີ່ຮຽບຮ້ອຍແລ້ວ. ​ສ່ວນປະຊາຊົນຢູ່ບ້ານດ່ານຄໍາແມ່ນໄດ້ຍົກຍ້າຍໄປອາໄສຢູ່ກັບຍາດພີ່ນ້ອງເປັນທີ່ຮຽບຮ້ອຍ.

ທ່ານນາຍົກລັດຖະມົນຕີກໍໄດ້ລົງຢ້ຽມຢາມປະຊາຊົນ ທີ່ພັກອາໄສຢູ່ໂຮງຮຽນປະຖົມບ້ານໜອງດາ ແລະ ສູນອື່ນໆ, ແລະ ໄດ້ຊີ້ນໍາວຽກງານຕ່າງໆ ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງຮີບດ່ວນ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...