spot_img
Homeຂ່າວເຫດການເຕືອນ! ພື້ນທີ່ເຫນືອເສັ້ນສູນສູດເທີງໂລກ ກະທົບໄພຮ້ອນ ແລະ ຝົນຫນັກ

ເຕືອນ! ພື້ນທີ່ເຫນືອເສັ້ນສູນສູດເທີງໂລກ ກະທົບໄພຮ້ອນ ແລະ ຝົນຫນັກ

Published on

ວາລະສານເນເຈີຄອມມູນິເຄຊັນ ເຜີຍແຜ່ຜົນການສຶກສາຈາກງານວິໄຈທາງວິທະຍາສາດໃນປະຈຸບັນວ່າ ອາເມລິກາເຫນືອ, ເອີຣົບ ແລະ ຫລາຍພື້ນທີ່ໃນອາຊີ ມີຄວາມສ່ຽງໃນການເກີດສະພາວະອາກາດປ່ຽນແປງຮຸນແຮງທີ່ສຸດ ເພາະການປ່ອຍກ໊າສເຮືອນກະຈົກ. ຈາກການກະທຳຂອງມະນຸດເອງທີ່ໄປປິດກັ້ນກະແສລົມ ທີ່ພັດໄປທາງຕາເວັນອອກ ເຮັດໃຫ້ລະດູຮ້ອນຍືດເຍື້ອຍາວນານຂື້ນ ເຊັ່ນດຽວ ກັນກັບລະດູຝົນ ເຮັດໃຫ້ເກີດຄວາມປ່ຽນແປງຂອງສະພາບມວນອາກາດ ທັງຮ້ອນ, ແຫ້ງແລ້ງ, ໄຟປ່າ, ນໍ້າຖ້ວມ ໆລໆ.

ສະພາບອາກາດທີ່ຮຸນແຮງເຫລົ່ານີ້ແມ່ນສົ່ງຜົນກະທົບຕໍ່ການຜະລິດອາຫານແກ່ຄົນ ແລະ ສັດ, ຫລາຍພື້ນທີ່ເຫນືອເສັ້ນສູນສູດແມ່ນປະເຊີນກັບພາວະໂລກຮ້ອນແຮງໃນລະດູຮ້ອນນີ້ ແມ່ນແຕ່ບໍລິເວນວົງກົມອາກຕິກໃນເອີຣົບເຫນືອ ກໍມີອຸນຫະພູມສູງເຖີງ 30 ອົງສາແຊນ, ຄວາມແຕກຕ່າງລະຫວ່າງອຸນຫະພູມຂົ້ວໂລກເຫນືອທີ່ຫນາວເຢັນກັບພື້ນທີ່ດ້ານລຸ່ມທີ່ອຸ່ນກວ່າ ເປັນປັດໄຈຫລັກທີ່ເຮັດໃຫ້ເກີດກະແສລົມພັດໄຫລວຽນທົ່ວໂລກ. ແຕ່ເມື່ອຄວາມແຕກຕ່າງລົດລົງ ກະແສລົມແມ່ນພັດຊ້າລົງສົ່ງຜົນໃຫ້ຄວາມຮ້ອນ ຫລື ຝົນ ຍັງຄົງຢູ່ດົນຂື້ນ, ອຸນຫະພູມທີ່ສູງຂື້ນຍັງເຮັດໃຫ້ແຜ່ນນໍ້າກ້ອນ ແລະ ຫິມະ ບໍລິເວນຂົ້ວໂລກເຫນືອລະລາຍໄຫລລົງມາປົນເປື້ອນກັບນໍ້າ ແລະ ດິນ ຍີ່ງເພີ່ມການດູດຊັບຄວາມຮ້ອນ ແລະ ເຮັດໃຫ້ໂລກຮ້ອນຫລາຍຂື້ນ.

ນັກວິໄຈຍັງເຜີຍອີກວ່າ ລະດັບກາກບອນໃນອາກາດທີ່ເພີ່ມສູງຂື້ນຈາກພາວະໂລກຮ້ອນຈະສົ່ງຜົນໃຫ້ ພືດຜັກສຳລັບບໍລິໂພກເປັນອາຫານຫລັກເຊັ່ນ: ເຂົ້າ ແລະ ສາລີ ມີປະລິມານໂປຣຕິນຫລຸດຫນ້ອຍລົງ ຈະເຮັດໃຫ້ການຈະເລີນເຕີບໂຕຢຸດສະຫງັກ ແລະ ອາດຕ້ອງເສຍຊີວິດກ່ອນໄວອັນຄວນ.

ຜົນສຶກສາໂດຍຄະນະວິໄຈຈາກມະຫາວິທະຍາໄລ Harvard ລະບຸວ່າປະຊາກອນໂລກ 150 ລ້ານຄົນ ສ່ຽງທີ່ຈະເປັນໂລກຂາດໂປຣຕິນພາຍໃນປີ 2050. ເນື່ອງຈາກລະດັບກາກບອນທີ່ເພີ່ມສູງຂື້ນໃນອາກາດ ຈະດູດປະລິມານໂປຣຕິນໃນເຂົ້າບາເລ່ລົງ 14.6%, ໂປຣຕິນໃນເຂົ້າລົດລົງ 7.6%, ໃນເຂົ້າສາລີລົດລົງ 7.8% ແລະ ໃນມັນຝຣັ່ງລົດລົງ 6.4% ສົ່ງຜົນໃຫ້ປະຊາກອນໃນ 18 ປະເທດ ໄດ້ຮັບໂປຣຕິນຈາກອາຫານທີ່ຮັບປະທານຫນ້ອຍລົງໄປກວ່າ 5% ພາຍໃນປີ 2050.

ນອກຈາກນີ້ຍັງມີງານວິໄຈອື່ນທີ່ສະແດງໃຫ້ເຫັນວ່າ ປະລິມານກາກບອນ ແປຜັນກັບແຮ່ທາດທີ່ສຳຄັນໃນພືດເຊັ່ນ ເຫລັກ ແລະ ສັງກະສີ ເຮັດໃຫ້ເກີດຄວາມກັງວົນວ່າ ບັນຫາການຂາດສານອາຫານທົ່ວໂລກອາດຈະຮ້າຍແຮງຂື້ນໃນອະນາຄົດ.

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...