Homeຂ່າວຕ່າງປະເທດ"ໂຄຟີ ອັນນັນ" ອະດີດເລຂາທິການຢູເອັນເສຍຊີວິດດ້ວຍໄວອາຍຸ 80ປີ

“ໂຄຟີ ອັນນັນ” ອະດີດເລຂາທິການຢູເອັນເສຍຊີວິດດ້ວຍໄວອາຍຸ 80ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ສິງຫາ 2018ວ່າ ມູນນິທິໂຄຟີ ອັນນັນຖະແຫຼງການວ່າ ທ່ານ ໂຄຟີ ອັນນັນ ອະດີດເລຂາທິການສະຫະປະຊາຊາດໄດ້ເສຍຊີວິດໃນວັນເສົາທີ 18 ສິງຫາ 2018 ດ້ວຍໄວອາຍຸ 80 ປີ ດ້ວຍພະຍາດຂອງຜູ້ກ່ຽວ ທີ່ໂຮງໝໍໃນນະຄອນຫຼວງ ເບິຣນ ຂອງສະວິດເຊີແລນ ໂດຍມີພັນລະຍາ ແລະ ລູກອີກ 3 ຄົນ ຢູ່ຄຽງຂ້າງໃນວາລະສຸດທ້າຍ.

ທ່ານ ໂຄຟີ ອັນນັນ ໃຊ້ຊີວິດເກືອບໝົດໃນຖານະເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ ຈົນໄດ້ຮັບຄັດເລືອກໃຫ້ດຳລົງຕຳແໜ່ງເລຂາທິການສະຫະປະຊາຊາດເຖິງ 2 ສະໄໝ ຕັ້ງແຕ່ວັນທີ 1 ມັງກອນ 1997 ຈົນເຖິງວັນທີ 31 ທັນວາ 2006 ເຊິ່ງຜົນງານໜຶ່ງທີ່ສຳຄັນຄືເຂົາກັບອົງການສະຫະປະຊາຊາດໄດ້ຮັບລາງວັນໂນເບລສັນຕິພາບເມື່ອປີ 2001

ທ່ານ ອັນໂຕນິໂອ ກູເຕຣ໌ເຣສ ເລຂາທິການສະຫະປະຊາຊາດຄົນປັດຈຸບັນໄດ້ກ່າວສະແດງຄວາມເສຍໃຈເມື່ອຮູ້ຂ່າວມໍລະນະກຳຂອງທ່ານ ໂຄຟີ ອັນນັນ ພ້ອມທັງກ່າວຍ້ອງຍໍວ່າເປັນຜູ້ຊີ້ນຳພະລັງແຫ່ງຄວາມດີ ແລະ ກ້າວຂຶ້ນຕຳແໜ່ງສູງສຸດຂອງອົງການສະຫະປະຊາຊາດໃນຍຸກທົດສະວັດໃໝ່ເຊິ່ງບໍ່ມີໃຜທຽບໄດ້ທັງກຽດຕິຍົດ ແລະ ຄວາມມຸ່ງໝັ້ນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...