spot_img
Homeຂ່າວພາຍ​ໃນປະທານປະເທດລົງຕິດຕາມສະພາບນໍ້າຖ້ວມຢູ່ ແຂວງຄຳມ່ວນ ພ້ອມມອບ 300 ລ້ານກີບເພື່ອຊ່ວຍເຫຼືອ

ປະທານປະເທດລົງຕິດຕາມສະພາບນໍ້າຖ້ວມຢູ່ ແຂວງຄຳມ່ວນ ພ້ອມມອບ 300 ລ້ານກີບເພື່ອຊ່ວຍເຫຼືອ

Published on

ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 17 ສິງຫາ 2018 ວ່າ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍ ບັນດາລັດຖະມົນຕີກະຊວງຕ່າງໆ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມກ່ຽວກັບສະພາບນໍ້າຖ້ວມ ຢູ່ແຂວງຄຳມ່ວນ ໃນວັນທີ 16 ສິງຫາ 2018, ໂດຍການຕ້ອນຮັບຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ, ມີບັນດາການນຳຂັ້ນແຂວງ, ຂັ້ນເມືອງ, ພະແນກການອ້ອມຂ້າງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂອໄດ ສຸດາພອນ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບນໍ້າຖ້ວມ ເຊິ່ງເລີ່ມແຕ່ຕົ້ນເດືອນກໍລະກົດ 2018 ໄດ້ມີຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຕ່າງໆ ໂດຍສະເພາະແມ່ນນໍ້າເຊບັ້ງໄຟ, ລວມເຖິງສາຍນໍ້າທີ່ເປັນສາຂາ ເພີ່ມສູງຂຶ້ນ ກາຍເຂດອັນຕະລາຍ ແລະ ໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ, ເຮືອນຊານຂອງປະຊາຊົນ ແລະ ສິ່ງປຸກສ້າງອື່ນໆ; ມີບ້ານທີ່ໄດ້ຮັບຜົນກະທົບ 420 ບ້ານ, 27.010 ຄອບຄົວ. ໃນນັ້ນ, ບ້ານທີ່ໄດ້ຮັບຜົນກະທົບແຮງ ແມ່ນໄດ້ຍ້າຍປະຊາຊົນອອກໄປຢູ່ຕາມຈຸດພັກເຊົາຊົ່ວຄາວ ແລະ ຍ້າຍໄປຢູ່ນຳພີ່ນ້ອງ ມີ 34 ບ້ານ, (ປັດຈຸບັນແມ່ນໄດ້ກັບຄືນເມືອຢູ່ເຮືອນຂອງຕົນເອງແລ້ວ), ເນື້ອທີ່ນາຖືກຖ້ວມ 36.965 ເຮັກຕາ, ເສຍຫາຍປະມານ 21.579 ເຮັກຕາ, ເນື້ອທີ່ພືດລະດູຝົນ ທີ່ຖືກຖ້ວມ 802 ເຮັກຕາ, ຄາດຄະເນຜົນເສຍຫາຍ 598 ເຮັກຕາ. ນອກນີ້, ຍັງມີສັດລ້ຽງຕາຍ ປະເພດຄວາຍ 79 ໂຕ, ງົວ 243 ໂຕ, ແບ້ 325 ໂຕ, ໝູ 292 ໂຕ, ສັດປີກ 11.322 ໂຕ, ໜອງປາຖືກຖ້ວມ 833 ໜອງ, ຊົນລະປະທານ 131 ແຫ່ງ, ໂຮງຮຽນ 81 ແຫ່ງ, ວັດ 36 ແຫ່ງ, ສຸກສາລາ 11 ແຫ່ງ, ເສັ້ນທາງບາງເສັ້ນຖືກປິດການສັນຈອນຊົ່ວຄາວ ແລະ ຖືກຕັດຂາດເສຍຫາຍຫລາຍຈຸດ. ກ່ຽວກັບປຸກລະດົມເຄື່ອງຊ່ວຍເຫລືອ ມີຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ການຊ່ວຍເຫລືອຢ່າງເປັນຂະບວນການ ເຊິ່ງເລີ່ມແຕ່ວັນທີ 14 ກໍລະກົດ ຮອດວັນທີ 15 ສິງຫາ ລວມມູນຄ່າທັງໝົດ 7 ຕື້ກວ່າກີບ. ໃນນີ້ມີເງິນສົດ 1 ຕື້ກວ່າກີບ, ເງິນບາດ 478.600 ບາດ ແລະ ໄດ້ນຳເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍແຂວງອັດຕະປື ສອງຄັ້ງ ລວມມູນຄ່າ 385 ລ້ານກີບ, ເປັນເງິນສົດ 185 ລ້ານກີບ ແລະ ໄດ້ແຈກຢາຍລົງຊ່ວຍເຫລືອບັນດາເມືອງພາຍໃນແຂວງ ລວມວັດຖຸ ແລະ ເງິນສົດທັງໝົດ 5 ຕື້ກວ່າກີບ. 

ຈາກນັ້ນ, ທ່ານປະທານປະເທດ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະນຳຂັ້ນແຂວງ, ໂດຍທ່ານໄດ້ເນັ້ນໜັກໃຫ້ເອົາ ໃຈໃສ່ໃນການເກັບມ້ຽນ, ແຈກຢາຍເຄື່ອງຊ່ວຍເຫລືອປະຊົນໃຫ້ທົ່ວເຖິງ ຕິດພັນກັບການປົກປັກຮັກສາເຄື່ອງຊ່ວຍເຫລືອ, ປັບປຸງ, ປົວແປງບັນດາພື້ນຖານໂຄງລ່າງໂດຍມີການຈັດລຽງບູລິມະສິດໃນສິ່ງທີ່ຈຳເປັນ ເປັນຕົ້ນແມ່ນ ເສັ້ນທາງ, ສຸກສາລາ, ໂຮງຮຽນ, ລະບົບຊົນລະປະທານທີ່ມີການເປ່ເພ, ຕິດຕາມກວດກາບັນດາອ່າງເກັບນໍ້າ ແຕ່ລະບ່ອນ ເພື່ອຄວາມຮັບປະກັນຕື່ມ, ສືບຕໍ່ພື້ນຟູຊີວິດການເປັນຢູ່ຂອງປະຊົນ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ, ຊຸກຍູ້ປຸກລະດົມປະຊົນໃຫ້ມີການຜະລິດ ໂດຍຕິດພັນກັບຕະຫລາດການຈຳໜ່າຍ ເພື່ອທົດແທນກັບຜົນຜະລິດທີ່ເສຍຫາຍໄປ, ພ້ອມທັງກະກຽມທາງດ້ານແນວພັນເຂົ້າ, ແນວພັນພືດ ເພື່ອສະໜອງໃຫ້ແກ່ປະຊາຊົນ, ເອົາໃຈໃສ່ຕິດຕາມ ກ່ຽວກັບພະຍາດຕ່າງໆທີ່ອາດຈະເກີດຂຶ້ນພາຍຫລັງນໍ້າບົກແຫ້ງ. 

ນອກຈາກນັ້ນ, ໃຫ້ເອົາໃຈໃສ່ກ່ຽວກັບບັນຫາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທີ່ເປັນບັນຫາສຳຄັນໃນປັດຈຸບັນ ລວມທັງເອົາໃຈໃສ່ໃນການກະກຽມໃຫ້ແກ່ກອງປະຊຸມ 3 ຂັ້ນ ເພື່ອຮັບປະກັນ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ວຽກງານກໍ່ສ້າງພະນັກງານສືບທອດປ່ຽນແທນ.

ໃນໂອກາດເຄື່ອນໄຫວຢ້ຽມຢາມແຂວງຄຳມ່ວນ ທ່ານປະທານປະເທດ ໄດ້ມອບເງິນຈຳນວນ 300 ລ້ານກີບ ເພື່ອຊ່ວຍເຫລືອໄພພິບັດນໍ້າຖ້ວມຢູ່ພາຍໃນແຂວງຕື່ມອີກ.


ແຫລ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...