Homeຂ່າວທ້ອງຖິ່ນລາຍງານການຈັດຕັ້ງປະຕິບັດກ່ຽວກັບ ການຊ່ວຍເຫລືອ ແລະ ບັນເທົາທຸກແກ່ຜູ້ປະສົບໄພພິບັດ

ລາຍງານການຈັດຕັ້ງປະຕິບັດກ່ຽວກັບ ການຊ່ວຍເຫລືອ ແລະ ບັນເທົາທຸກແກ່ຜູ້ປະສົບໄພພິບັດ

Published on

ເມື່ອວັນທີ 14 ສິງຫາ 2018 ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ຕາງໜ້າໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດກ່ຽວກັບ ການຊ່ວຍເຫລືອ ແລະ ບັນເທົາທຸກແກ່ຜູ້ປະສົບໄພພິບັດ ນັບຕັ້ງແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມາ, ໂດຍໄດ້ລາຍງານວ່າ: ປັດຈຸບັນນີ້ ໄດ້ສຳເລັດການຕິດຕັ້ງເຕັ້ນນອນສຳລັບຄອບຄົວຜູ້ປະສົບໄພຈຳນວນ 439 ຫລັງ, ສໍາເລັດການຈ່າຍເງິນແຮເບື້ອງຕົ້ນ (500.000 ກີບ) ຈຳນວນ 1.171 ຄອບຄົວ (ຄອບຄົວທີ່ໄດ້ຮັບຜົນກະທົບທັງໝົດມີ 2.717), ສຳເລັດການອອກບັດໃຫ້ປະຊາຊົນຈຳນວນ 3.184 ບັດ/ຄົນ, ກໍ່ສ້າງຫ້ອງນ້ຳຖາວອນໄດ້ 173 ຫ້ອງ, ຕິດຕັ້ງຫ້ອງນໍ້າເຄື່ອນທີ່ 30 ຫ້ອງ ແລະ ເຈາະນໍ້າບາດານໄດ້ 22 ບໍ່.

ມາຮອດປັດຈຸບັນນີ້, ລວມຜູ້ເສຍຊີວິດທັງໝົດແມ່ນ 39 ສົບ, ໃນນັ້ນ ຊາກສົບທີ່ກອບກູ້ໄດ້ໃນສະໜາມແມ່ນ 34 ສົບ, ຍິງ 18 ສົບ (ເດັກນ້ອຍຕໍ່າກວ່າ 10 ປີລົງມາ ຈຳນວນ 13 ສົບ, ຍິງ 6 ສົບ) ແລະ ອີກຈຳນວນ 5 ສົບ ແມ່ນເສຍຊີວິດຢູ່ໂຮງໝໍ ຊຶ່ງໄດ້ມາປິ່ນປົວ ພາຍຫລັງທີ່ໄດ້ຊ່ວຍເຫລືອອອກມາຢູ່ເຂດປອດໄພແລ້ວ. ສ່ວນຈຳນວນຜູ້ສູນຫາຍທີ່ຍັງບໍ່ທັນພົບເຫັນແມ່ນ 97 ຄົນ.

– ໃນຕອນເຊົ້າຂອງວັນທີ 15 ສິງຫາ 2018 ທີ່ແຂວງ ອັດຕະປື, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ມອບເຮືອກູ້ໄພ ຈຳນວນ 10 ລໍາ ໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຂວງ ຊຶ່ງມອບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ແລະ ກ່າວຮັບໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ເພື່ອນຳໃຊ້ເຂົ້າໃນພາລະກິດຊ່ວຍເຫລືອຜູ້ປະສົບໄພ.

ຂ່າວ: ສິງຄຳ, ພາບ: ເພັດສະໄໝ, ຂ່າວສານປະເທດລາວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...