Homeຂ່າວຕ່າງປະເທດຜູ້ນຳຟີລິບປິນປະກາດປະຫານຊີວິດຕຳຫຼວດທີ່ມີສ່ວນກ່ຽວຂ້ອງກັບຢາເສບຕິດ

ຜູ້ນຳຟີລິບປິນປະກາດປະຫານຊີວິດຕຳຫຼວດທີ່ມີສ່ວນກ່ຽວຂ້ອງກັບຢາເສບຕິດ

Published on

ສຳນັກຂ່າວເອພີລາຍງານຈາກນະຄອນຫຼວງມະນີລາ ປະເທດ ຟິລິບປິນວ່າ ປະທານາທິບໍດີ ໂຣດຣິໂກດູເຕີເຕກ່າວໃນການຖະແຫຼງເຊິ່ງຖ່າຍທອດສົດທາງສະຖານີໂທລະທັດເມື່ອວັນອັງຄານອາທິດທີ່ຜ່ານມາວ່າ ຈະປະຫານຕຳຫຼວດທຸດຈະລິດທີ່ມີສ່ວນກ່ຽວຂ້ອງກັບຢາເສບຕິດ ແລະ ອາຊະຍາກຳອື່ນໆ ລາຍລະອຽດລະບຸວ່າຕຳຫຼວດກວ່າ 100 ຄົນ ເຊິ່ງບາງສ່ວນຖືກສອບສວນທາງດ້ານວິໄນ ແລະ ອາຍາ ກ່ຽວກັບການຂົ່ມຂືນ, ລັກພາຕົວ ແລະ ປຸ້ນຊັບ ຖືກນຳໄປທີ່ທຳນຽບປະທານາທິໍດີເພື່ອເຂົ້າພົບທ່ານ ດູເຕີເຕ

ທ່ານ ດູເຕີເຕກ່າວເຕືອນວ່າ ຈະກຳຈັດພວກເຂົາຫາກຍັງມີການກະທຳຜິດເກີດຂຶ້ນຢູ່ແບບນີ້ ໂດຍຢ້ຳວ່າເຂົາມີໜ່ວຍປະຕິບັດການພິເສດທີ່ເຝົ້າຈັບຕາເບິ່ງພຶດຕິກຳຂອງຕຳຫຼວດເຫຼົ່ານີ້ໄປຕະຫຼອດຊີວິດ ແລະ ຈະມີຄຳສັ່ງຂ້າທັນທີທີ່ພວກເຂົາທຳຄວາມຜິດພຽງເລັກໜ້ອຍ ອີກທັງຍັງສົ່ງຂໍ້ຄວາມໄປເຖິງຄອບຄົວຂອງບັນດາຕຳຫຼວດວ່າເມື່ອໃດທີ່ເລື່ອງແບບນີ້ເກີດຂຶ້ນ ຈົ່ງຢ່າໄດ້ມາຮຽກຮ້ອງເລື່ອງສິດທິມະນຸດ ເພາະເຂົາໄດ້ເຕືອນໄປແລ້ວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...