spot_img
Homeຂ່າວຕ່າງປະເທດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນອິນໂດເນເຊຍເພີ່ມເປັນ 347 ສົບ ທາງການເລັ່ງໃຫ້ຄວາມຊ່ວຍເຫຼືອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວໃນອິນໂດເນເຊຍເພີ່ມເປັນ 347 ສົບ ທາງການເລັ່ງໃຫ້ຄວາມຊ່ວຍເຫຼືອ

Published on

ເມື່ອວັນທີ 5 ສິງຫາ 2018 ທີ່ຜ່ານມາໄດ້ມີການເປີດເຜີຍຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເກາະລອມບອກ ປະເທດອິນໂດເນເຊຍ ເພີ່ມເປັນ 347 ສົບ ມີຜູ້ບາດເຈັບ 1,477 ຄົນ ແລະ ປະຊາຊົນກວ່າ 165,000 ຄົນ ບໍ່ມີທີ່ຢູ່ອາໃສ ຂາດອາຫານ, ນ້ຳດື່ມ ແລະ ຢາຮັກສາໂຣກ

ລັດຖະບານອິນໂດເນເຊຍປະເມີນຍອດຜູ້ເສຍຊີວິດອາດມີເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພພະຍາຍາມເຂົ້າໄປຈຸດພື້ນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ພ້ອມຳໃຊ້ເຄື່ອງຈັກກົນໜັກເຂົ້າໃນການຄົ້ນຫາຜູ້ລອດຊີວິດພາຍໃຕ້ສາກຫັກພັງຂອງອາຄານບ້ານເຮືອນ ໂດຍແຜ່ນດິນໄຫວໃນເທື່ອນີ້ເຮັດໃຫ້ບ້ານເຮືອນຫຼາຍໝື່ນຫຼັງເສຍຫາຍ

ນອກຈາກນີ້ລັດຖະບານຍັງອົບພະຍົບນັກທ່ອງທ່ຽວອອກຈາກເກາະໃກ້ຄຽງ ດ້ານເຈົ້າແຂວງ ນູຊາເຕັງກາຣາຕະວັນອອກກ່າວວ່າ ຕອນນີ້ຕ້ອງການແພດ ຮວມເຖິງອາຫານ ແລະ ຢາຮັກສາໂຣກດ່ວນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...