Homeຂ່າວທ້ອງຖິ່ນທີມກູ້ໄພຍັງເດີນໜ້າຄົ້ນຫາຜູ້ສູນຫາຍພົບ 31 ສົບ ເສຍຊີວິດເພີ່ມອີກ 3ຄົນ

ທີມກູ້ໄພຍັງເດີນໜ້າຄົ້ນຫາຜູ້ສູນຫາຍພົບ 31 ສົບ ເສຍຊີວິດເພີ່ມອີກ 3ຄົນ

Published on

ບັນດາໜ່ວຍກູ້ໄພທີ່ມາຈາກຫຼາຍພາກສ່ວນຍັງເຮັດໜ້າທີ່ເດີນໜ້າຄົ້ນຫາສົບຜູ້ເສຍຊີວິດກັນແບບບໍ່ຖອຍ ນັບຕັ້ງແຕ່ມື້ເກີດເຫດຄືວັນທີ 23 ກໍລະກົດ 2018 ຈົນຮອດປັດຈຸບັນເປັນເວລາ 15 ວັນແລ້ວ

ຄະນະກຳມະການກູ້ໄພ ແຂວງ ອັດຕະປື ໃຫ້ຮູ້ວ່າປັດຈຸບັນສາມາດ ພົບສົບຜູ້ເສຍຊີວິດແລ້ວ 31 ສົບ ເຊິ່ງໃນວັນທີ 5 ສິງຫາ 2018ນີ້ ເຈົ້າຫນ້າທີ່ຫນ່ວຍກູ້ໄພ ສາມາດນຳສົບທີ່ເສຍຊີວິດ ເພດຍິງ ອາຍຸ 3 ເດືອນ ຢູ່ບ້ານທ່າຫີນ ພາຍຫລັງທີ່ເຈົ້າຫນ້າທີ່ ກູ້ໄພໄດ້ນຳເອົາຜູ້ປະສົບໄພອອກຈາກພື້ນທີ່ນຳ້ຖ້ວມ ມາປິ່ນປົວຢູ່ໂຮງຫມໍແຂວງ ປັດຈຸບັນມີຜູ້ເສຍຊີວິດ 3 ຄົນຍ້ອນ ຖືກຜົນກະທົບຈາກນຳ້ຊຸທັ່ງເຮັດໃຫ້ຮ່າງກາຍໄປຕຳກັບຫີນ ແລະ ຕົ້ນໄມ້ ຈຶ່ງເຈັບຊຳ້ ໂດຍພາຍຫລັງປິ່ນປົວສຸດຄວາມສາມາດຂອງແພດຫມໍ ເຮັດໃຫ້ທັງສາມເສຍຊີວິດ ແລະ ລວມປັດຈຸບັນມີຜູ້ເສຍຊີວິດຈາກນຳ້ຖ້ວມແລ້ວ 34 ສົບ ແລະ ອີກ 97 ຄົນຍັງສູນຫາຍ.

ການຄົ້ນຫາສົບຜູ້ສູນຫາຍນັ້ນແມ່ນຕ້ອງພົບກັບອຸປະສັກໃຫຍ່ຫຼວງນັ້ນຄືປະລິມານຂອງຂີ້ຕົມທີ່ມີມະຫາາສານ ແລະ ເລິກຈົນເຖິງແອວ, ພຽງຄໍໃນບາງພື້ນທີ່ ສົບສ່ວນຫຼາຍຄາດວ່າຈະຖືກຝັງຢູ່ພື້ນຕົມນັ້ນ ລົດບໍ່ສາມາດເຂົ້າໄປໃນພື້ນທີ່ນັ້ນໄດ້ ທາງເຈົ້າໜ້າທີ່ກູ້ໄພຈິ່ງປະຕິບັດໜ້າທີ່ດ້ວຍຄວາມລຳບາກ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...