Homeຂ່າວພາຍ​ໃນສືບຕໍ່ຄົນຫາ 118 ຄົນຜູ້ສູນຫາຍ (ມື້ນີ້) ອອກຄົ້ນຫາຕາມແລວນໍ້າ

ສືບຕໍ່ຄົນຫາ 118 ຄົນຜູ້ສູນຫາຍ (ມື້ນີ້) ອອກຄົ້ນຫາຕາມແລວນໍ້າ

Published on

ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອວັນທີ 1 ສິງຫານີ້ ທີ່ເມືອງສະຫນາມໄຊວ່າ: ມາຮອດວັນທີ 1 ສິງຫາ 2018 ວ່າ ຖືເປັນມື້ທີ 9 ຂອງການຊອກຄົ້ນຫາຜູ້ສູນຫາຍຈາກເຫດການນໍ້າຖ້ວມ ເມືອງສະຫນາມໄຊ ເຊິ່ງໃນວັນທີ 31 ກລະກົດ ແລະ ວັນທີ 1 ສິງຫາ 2018 ພວກເຮົາໄດ້ຫັນມາສຸມໃສ່ຄົ້ນຫາທາງບົກເປັນຕົ້ນຕໍ ເນື່ອງຈາກວ່າລະດັບນໍ້າໄດ້ຫຼຸດລົງຫຼາຍ ປັດຈຸບັນການໃຊ້ເຮືອແມ່ນໃຊ້ສະເພາະຕາມລຳນໍ້າເຊປຽນເທົ່ານັ້ນ ແຕ່ວ່າ ເບິ່ງແລວກະແສນໍ້າ ສ່ວນຫຼາຍບໍ່ໄດ້ໄປຕາມແລວຂອງແມ່ນໍ້າເຊປຽນ, ແຕ່ແລວນໍ້າສ່ວນໃຫຍ່ໄປຕາມປ່າຕາມດົງ ເຊິ່ງກະແສນໍ້າພັດເອົາບ້ານເຮືອນປະຊາຊົນແລ້ວກໍລັດຊື່ໃສ່ທົ່ງໄຮ່ທົ່ງນາຂອງປະຊາຊົນ, ດັ່ງນັ້ນເປົ້າຫມາຍຂອງການຊອກຄົ້ນຈຶ່ງສຸມໃສ່ເຂດບ້ານ, ຕາມປ່າ, ແຈຮົ້ວ, ໄຮ່ນາຂອງປະຊາຊົນ.

ທ່ານ ຄໍາລຽງກ່າວອີກວ່າ: ສຳລັບໃນວັນທີ 31 ກໍລະກົດຫາວັນທີ 1 ສິງຫາ ໄດ້ສຸມໃສ່ຄົ້ນຫາ 6 ບ້ານທີ່ໄດ້ຮັບຜົນກະທົບຮ້າຍແຮງ ໂດຍນຳໃຊ້ລົດໄຖຈຳນວນ 10 ຄັນເຂົ້າຊ່ວຍແຮງງານຄົນ, ເຊິ່ງນຳໃຊ້ລົດໄຖຮື້ບັນດາກອງຂີ້ເຫຍື້ອ ແລະ ຊາກຕະຫຼັກຫັກພັງ, ກອງດິນ, ກອງຊາຍທີ່ສົງໄສ, ມາຮອດເວລາ 17:00 ໂມງຂອງວັນທີ 1 ສິງຫາສາມາດຊອກຄົ້ນຕາມບ້ານຕ່າງໆໄດ້ 100% ແລະ ຫມັ້ນໃຈວ່າຄື ຊິບໍ່ມີສົບຕົກຄ້າງຢູ່, ພ້ອມດຽວກັນນັ້ນ ກໍໄດ້ຫັນໄປຊອກຄົ້ນຕາມທົ່ງນາຂອງປະຊາຊົນທີ່ຢູ່ໃກ້ບ້ານຂອງປະຊາຊົນ ໂດຍໃນວັນທີ 1 ສິງຫາໄດ້ສຸມໃສ່ຄົ້ນຫາ ຢູ່ທົ່ງນາ 2 ບ້ານຄື: ທົ່ງນາຂອງບ້ານຫີນລາດ ແລະ ອວ່າຍໃສ່ບ້ານປິ່ນດົງ, ກຳລັງທີສອງຄົ້ນຫາຕາມທົ່ງໄຮ່ທົ່ງນາ ແລະ ແຈຮົ້ວ ຂອງບ້ານໃຫມ່ບ່ອນທີ່ຄາດວ່າຈະພົບສົບ, ຜ່ານການຊອກຄົ້ນໃນ 2 ວັນທີ່ຜ່ານມາ ສາມາດພົບເຫັນຕື່ມອີກ 3 ສົບ ຜູ້ໃຫຍ່ 1 ສົບ ແລະ ເດັກ 2 ສົບ ອາຍຸປະມານ 1-2 ປີ 1 ສົບລວມເປັນ 14 ສົບ, ແຕ່ໂຕເລກຖະແຫຼງຂ່າວຢ່າງເປັນທາງການແມ່ນ 13 ສົບ ເນື່ອງຈາກວ່າອີກສົບໜຶ່ງ ທີ່ເປັນເດັນນ້ອຍອາຍຸປະມານ 5 ປີ ແມ່ນພົບພໍ້ຕອນຫົວຄໍ່າຂອງວັນທີ 1 ສິງຫາ ກໍ່ເລີຍບໍ່ສາມາດເກັບກູ້ອອກມາໄດ້ເທື່ອ ເພາະສະຖານທີ່ທີ່ພົບສົບແມ່ນເປັນເບື່ອມເປັນຕົມເລິກຫຼາຍ ບວກກັບເວລາທີໃກ້ຈະຄໍ່າແລ້ວ ຈຶ່ງໝາຍໄວ້ກ່ອນ ຄາດວ່າຕອນເຊົ້າຂອງມື້ນີ້ 2 ສິງຫາ ຈະນຳກຳລັງເຂົ້າໄປກູ້ສົບດັ່ງກ່າວນັ້ນຂຶ້ນມາ.

ສຳລັບມື້ນີ້ຈະເລັ່ງໃສ່ຊອກຄົ້ນຕາມທົ່ງນາຂອງ 6 ບ້ານ ໂດຍສະເພາະແມ່ນບ້ານຫີນລາດ ແລະ ບ້ານໃຫມ່ ເນື່ອງຈາກເບິ່ງແລວນໍ້າ, ເຫັນວ່າ ແລວກະແສນໍ້າອອກຈາກບ້ານທ່າແສງຈັນແລ້ວໄປຫາບ້ານທ່າຫີນ ຕໍ່ໃສ່ບ້ານໃຫມ່ ອອກສູ່ທິດໃຕ້, ດັ່ງນັ້ນຈຶ່ງສຸມກຳລັງຊອກຄົ້ນບໍລິເວນທົ່ງນາບ້ານໃຫມ່, ຖ້າຫາກບໍ່ສຳເລັດມື້ຕໍ່ໄປຈະສືບຕໍ່ ໂດຍປະຕິບັດການຄົ້ນຫາຕາມແລວນໍ້າຕໍ່ໄປ.

ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງບັນຊາການພາກສະໜາມ ບອກຕື່ມວ່າ: ຍອດຜູ້ເສຍຊີວິດຢ່າງເປັນທາງການແມ່ນ 13 ສົບ ແລະ ຍັງສາບສູນ 118 ຄົນ ແຕ່ການປະຕິບັດໜ້າທີ່ຍັງສືບຕໍ່ຊອກຄົ້ນ ແລະ ກອບກູ້ຕໍ່ໄປຈົນກວ່າຈະສໍາເລັດ ບໍ່ວ່າຈະໃຊ້ເວລາດົນປານໃດ.

 

ແຫລ່ງຂ່າວ: ໜສພ ເສດຖະກິດ-ການຄ້າ, ຂ່າວສານປະເທດລາວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...