Homeຂ່າວພາຍ​ໃນລັດຖະບານຢືນຢັນ! ເງິນ​ບໍລິຈາກທຸກ​ກີບ​ແມ່ນ​ຮອດມືຊາວບ້ານຜູ້ປະສົບໄພແນ່ນອນ

ລັດຖະບານຢືນຢັນ! ເງິນ​ບໍລິຈາກທຸກ​ກີບ​ແມ່ນ​ຮອດມືຊາວບ້ານຜູ້ປະສົບໄພແນ່ນອນ

Published on

ເມື່ອວັນທີ 31 ກໍລະກົດ 2018 ທ່ານ ນາງ ​ໃບ​ຄຳ ຂັດ​ທິຍະ ຮອງ​ລັດຖະມົນຕີ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ໄດ້ໃຫ້ສຳພາດວ່າ ຈຳນວນ​ເງິນ​ທັງ​ໝົດ​ທີ່ໄດ້ຮັບຈາກການບໍລິຈາກໃນແຕ່ລະມື້ນັ້ນ ​ແມ່ນ​ໄດ້​ສົ່ງ​ເຂົ້າ​ບັນຊີ​ທີ່​ໄດ້​ແຈ້ງ​ໄວ້​ຢູ່​ທະນາຄານ​ການ​ຄ້າ​ຕ່າງປະ​ເທດລາວ​ ມະຫາຊົນ ​ທັງໝົດ​ເລີຍ ແລະ ໄດ້ຢືນຢັນ​ຢ່າງ​ໜັກ​ແໜ້ນ​ວ່າ: ​ເງິນ​ທຸກ​ກີບ ທຸກ​ບາດ ​ແລະ ທຸກ​​ໂດ​ລາ ​ທີ່​ໄດ້​ຮັບ​ຈາກ​ການ​ຊ່ວຍ​ເຫລືອ​ຈາກ​ສັງຄົມທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດນັ້ນ ​ແມ່ນ​ບໍ່​ໄດ້​ນຳ​ເອົາ​ໄປ​ໃຊ້​ເຂົ້າ​ໃນບ້ວງບໍລິຫານຈັດການໃດໆທັງນັ້ນ, ​ເຊິ່ງ​ເງິນ​ທັງ​ໝົດ ຈະ​ໄດ້​ນຳ​ໃຊ້​ ເຂົ້າ​ຢູ່​ໃນ​ການ​ຊ່ວຍ​ເຫລືອ​ສຸກ​ເສີນ​ຕົວ​ຈິງ​ໃຫ້​ແກ່​ປະຊາຊົນ ​ແລະ ນຳ​ໃຊ້​ເຂົ້າ​ຢູ່​ໃນ​ໄລຍະ​ ການ​ຟື້ນ​ຟູ​ໃຫ້​ມີ​ປະສິດທິພາບ​ທີ່​ສຸດ. ໂດຍ​ໃນ​ເບື້ອງ​ຕົ້ນ ໄດ້ມອບໃຫ້ບັນດາຄອບຄົວຜູ້ປະສົບໄພຢູ່ເມືອງ ສະໜາມ​ໄຊ, ​ແຂວງ​ ອັດ​ຕະປື ຈຳນວນ 500.000 ກີບ​ຕໍ່​ຄອບຄົວ

ສຳລັບຍອດເງິນບໍລິຈາກນັບຕັ້ງແຕ່ວັນທີ 24 – 31 ກໍລະກົດ 2018 ຍອດ​ເງິນສົດ​ຂອງການບໍລິ​ຈາກ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ຢູ່​ສູນ​ຮັບ​ບໍ​ລິ​ຈາກ ກະຊວງ​ສະຫວັດດີກາ​ນ ​ແລະ ສັງຄົມ ໄດ້​ບັນລຸ 14,8 ຕື້​ກວ່າ​ກີບ, ​ໃນ​ນັ້ນສະກຸນເງິນໂດລາຈຳນວນ 155.000 ກວ່າໂດລາ ສະຫະລັດ ​ແລະ ສະກຸນເງິນບາດໄທ ປະມານ 4,6 ລ້ານບາດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...