Homeຂ່າວພາຍ​ໃນບໍລິສັດເກົາຫຼີໃຕ້ບໍ່ຍອມຮັບວ່າ ເຂື່ອນແຕກຍ້ອນການກໍ່ສ້າງບໍ່ດີ

ບໍລິສັດເກົາຫຼີໃຕ້ບໍ່ຍອມຮັບວ່າ ເຂື່ອນແຕກຍ້ອນການກໍ່ສ້າງບໍ່ດີ

Published on

ເມື່ອວັນທີ 30 ກໍລະກົດ 2018 ໜັງສືພິມວຽງຈັນທາມລາຍງານວ່າ ບໍລິສັດເກົາຫຼີໃຕ້ບໍ່ຍອມຮັບວ່າ ເຂື່ອນແຕກຍ້ອນການກໍ່ສ້າງບໍ່ດີຕາມທຳນຽມວັດທະນະທຳເກົາຫຼີ ຖ້າບໍລິສັດໃດກໍ່ສ້າງເກີດຄວາມຜິດພາດຂຶ້ນມາແລ້ວ ຫົວໜ້າບໍລິສັດດັ່ງກ່າວຈະອອກມາຂໍໂທດ ແລະ ຂໍລາອອກຈາກຕຳແໜ່ງ ເພື່ອສະແດງຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ, ເຖິງວ່າຕົນເອງບໍ່ແມ່ນຜູ້ອອກແບບກໍ່ສ້າງກໍຕາມ ແຕ່ຍ້ອນຕົນເອງຄືຫົວໜ້າ, ຖ້າພະນັກງານກໍ່ສ້າງຜິດພາດ ຜູ້ເປັນຫົວໜ້າຕ້ອງຮັບຜິດຊອບຫຼາຍກວ່າໝູ່ໝົດ.

ແຕ່ໃນກໍລະນີທີ່ປະເທດລາວ ນອກຈາກບໍລິສັດ SK E&C ທີ່ເປັນຜູ້ຖືຫຸ້ນລາຍໃຫຍ່ຂອງບໍລິສັດເຊປຽນ-ເຊນໍ້ານ້ອຍ (Xe-Pian Xe-Namnoy Power Co., Ltd PNPC) ບໍ່ເຫັນອອກມາຂໍໂທດຕໍ່ພໍ່ແມ່ປະຊາຊົນແລ້ວ ພວກເຂົາຍັງປະຕິເສດ ໂດຍບໍ່ຍອມຮັບວ່າ ເຂື່ອນແຕກຍ້ອນການກໍ່ສ້າງບໍ່ດີ.

ຖ້າບໍ່ແມ່ນມືຂອງມະນຸດທີ່ອອກແບບກໍ່ສ້າງແລ້ວ ມັນແມ່ນມືຂອງໃຜເປັນຜູ້ເຮັດໃຫ້ເຂື່ອນແຕກ? ຫຼື ພວກເຂົາຄິດວ່າ ມັນແມ່ນມືຂອງພະເຈົ້າທີ່ເບິ່ງບໍ່ເຫັນເປັນຜູ້ເຮັດໃຫ້ແຕກບໍ?

 

ແຫລ່ງຂ່າວ: ໜັງສືພິມວຽງຈັນທາມ ສະບັບວັນທີ 30/7/2018 ແລະ https://www.facebook.com/keo.inspire

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...