spot_img
Homeຂ່າວພາຍ​ໃນທ່ານນາຍົກກ່າວຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອ! ຢືນຢັນຈະຢູ່ຄຽງຂ້າງປະຊາຊົນຈົນເຖິງທີ່ສຸດ

ທ່ານນາຍົກກ່າວຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອ! ຢືນຢັນຈະຢູ່ຄຽງຂ້າງປະຊາຊົນຈົນເຖິງທີ່ສຸດ

Published on

ເມື່ອວັນທີ 29 ກໍລະກົດ 2018 ສຳນັກຂ່າວສານປະເທດລາວລາຍງານວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ  ໄດ້ຢ້ຽມຢາມສູນບໍລິຈາກເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ 2018 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນາຍົກລັດຖະມົນຕີໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຮູ້ບຸນຄຸນຢ່າງ​ໃຫຍ່​ຫລວງ, ຈິງ​ໃຈ ​ແລະ ​ສຸດ​ຊຶ້ງ ຕໍ່ນ້ຳໃຈ, ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ແລະ ການ​ຊ່ວຍ​ເຫລືອ​ຕ່າງໆ ​ຂອງ​ພີ່ນ້ອງ​ຊາວ​ລາວ​ໃນ​ທົ່ວ​ປະ​ເທດ ທີ່​ບໍ່​ປະ​ບໍ່​ຖີ້ມກັນ​ໃນ​ຍາມ​ລຳບາກ ​ຕໍ່​ກັບ​ໂສກ​ນາດຕະກຳເຂື່ອນເຊປຽນ-ເຊນ້ຳນ້ອຍໃນຄັ້ງນີ້ ຊຶ່ງ​ໄດ້​ເຮັດ​ຊີວິດ ​ແລະ ສັບ​ສິນ​ຂອງ​ປະຊາຊົນ​ໃນ​ເມືອງ ສະໜາມ​ໄຊ, ​ແຂວງ ອັດ​ຕະປື ​ເສຍ​ຫາຍ​ຈົນ​ປ​ະ​ເມີນ​ຄ່ານັບ​ບໍ່ຖ້ວນ.

ທ່ານ ນາຍົກລັດຖະມົນຕີ ກ່າວ​ໃນ​ໂອກາດ​ຢ້ຽມຢາມ​ສູນ​ຮັບບໍລິຈາກ ຢູ່​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໃນ​ວັນ​ທີ 29 ກໍລະກົດ 2018 ນີ້​ວ່າ: ໝົດ​ອາທິດ​ທີ່​ຜ່ານ​ມາ​ປະຊາຊົນ​ລາວ​ຕົກ​ຢູ່​ໃນ​ຄວາມ​ກັງວົນທາງ​ດ້ານ​ຈິດ​ໃຈ ​ແລະ ຄວາມ​ຫຍຸ້ງ​ຍາກນາໆ​ປະການ, ​ແຕ່​ວ່າຄວາມ​ສະທ້ານ​ໃຈ​ດັ່ງກ່າວນັ້ນ ​ກໍ​ໄດ້​ເຈືອ​ປົນ​ໄປ​ດ້ວຍ​ຄວາມ​ຊາ​ບຊຶ້ງ​ເຖິງ​ຄວາມ​ມີ​ນ້ຳ​ໃຈ, ຄວາມ​ໂອບ​ເອື້ອ​ອາລີ ຂອງ​ປະຊາຊົນ​ລາວບັນດາ​ເຜົ່າ​​ໃນທົ່ວປະ​ເທດ. 

ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ຢ່າງ​ໃກ້ຊິດ​ຕໍ່​ການ​ຊ່ວຍ​ເຫລືອ​ຂອງພໍ່​ແມ່​ປະຊາຊົນ​ລາວ​ ທີ່​​ໄດ້ຊ່ວຍ​ກັນ​ຄົນ​ລະ​ໄມ້​ລະ​ມື ທາງ​ດ້ານວັດຖຸ, ​ເງິນ-​ຄຳ, ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ແລະ ອື່ນໆ, ລວມທັງ​ການ​ໃຫ້​ກຳລັງ​ໃຈ ​ ທີ່​ໄດ້​ບິ​ແບ່ງ​ມາ​ໃຫ້​ຜູ້​ປະສົບ​ໄພ ​ໂດຍ​ຜ່າ​ນບັນດາ​ສູນຮັບບໍລິຈາກ​ຕ່າງໆ​ ​ເພື່ອ​ສົ່ງ​ຕໍ່​ໃຫ້​ປະຊາຊົນຜູ້ທີ່​ໄດ້​ຮັບຜົນ​ກະທົບຢ່າງຮ້າຍ​ແຮງຂອງ​ໄພພິບັດ​ໃນ​ຄັ້ງ​ນີ້ ​ເພື່​ອ​ເປັນ​ການບັນ​ເທົາ​ທຸກ​ໃນ​ເບື້ອງ​ຕົ້ນ. ນີ້​ສະ​ແດງ​ເຖິງ​ຄວາມ​ເປັນຫ່ວງ​ເປັນ​ໃຍຂອງ​ປະຊາຊົນ​ລາວ​ຕໍ່​ພີ່ນ້ອງ​ອັດ​ຕະປື ຊຶ່ງ​ໄດ້​ກາຍເປັນ​ສິ່ງ​ທີ່​ດີ​ທີ່​ສຸດ, ​​ເປັນມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ປະຊາຊົນ​ລາວ​ເຮົາ, ​ເປັນ​ວັດ​ທຳ​ອັນ​ດີງາມ​ຂອງ​ຊາດ​ເຮົາ ​ແລະ ຈະ​ຢູ່​ຄຽງ​ຄູ່​ປະຊາຊົນ​ລາວ​ເຮົາ​ໄປ​ຊົ່ວ​ກາລະ​ນານ.
ຂ້າພະ​ເຈົ້າ​ຄິດ​ວ່າ ມະ​ຫັນ​ຕະ​ໄພ​ຄັ້ງ​ນີ້ ​ເປັນ​ຜົນ​ກະທົບ​ຢ່າງຮ້າຍ​ແຮງຕໍ່​ປະຊາຊົນ ​ເມືອງ ​ສະໜາມ​ໄຊ, ​ແຂວງ ອັດ​ຕະປື ຊຶ່ງ​ເຮັດ​ໃຫ້​ປະຊາຊົນບໍ່​ມີ​ທີ່ຢູ່​ອາ​ໃສ, ຫາຍ​ສາບ​ສູນ​ເປັນ​ຈຳນວນ​ຫລາຍ, ລວມທັງກະທົບ​ຕໍ່ໄຮ່ນາ, ​ເຮືອນຊານ ​ແລະ ອື່ນໆ ຂອງ​ປະຊາຊົນ. ​ເຫດການ​ນີ້​​ແມ່ນເກີດ​ຂຶ້ນ​ໂດຍ​ບໍ່​ມີ​ໃຜ​ປາຖະໜາ ​ແຕ່​​ເມື່ອ​ເກີດ​ແລ້ວ ພວກ​ເຮົາທຸກຕ້ອງ​ໄດ້ຮ່ວມ​ແຮງຮ່ວມ​ໃຈ​ກັນ ​ແລະ ຊ່ວຍ​ເຫລືອ​ກັນ. ນ້ຳ​ໃຈ​ທີ່​ໄດ້​ມາ​ຈາກ​ການ​ຊ່ວຍ​ເຫລືອ, ສະຫນັບສະໜູນ, ການ​ແບ່ງປັນຂອງປະຊາຊົນລາວທົ່ວປະເທດ ນັ້ນ​ມີ​ຈຳນວນ​ຫລວງຫລາ​ຍທີ່​ສຸດ.

​ໂອກາດ​ດຽວ​ກັນ, ທ່ານ ນາຍົກ ກໍ​ໄດ້​ສະ​ແດງ​ຄວາມຂອບ​ໃຈຢ່າງ​ຈິງ​ໃຈ ຕໍ່​ລັດຖະບານ​ຂອງ​ບັນດາປະ​ເທດ​ເພື່ອ​ມິດ, ອົງການ​ຈັດ​ຕັ້ງ​ສາກົນ ​ແລ​ະ ພາກສ່ວນ​ຕ່າງໆ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ, ຊ່ວຍ​ເຫລືອ ວັດຖຸ​ສິ່ງ​ຂອງ, ​ເງິນ​ຄຳ ​ແລະ ອື່ນໆ ມາ​ໃຫ້​ປະຊາຊົນ​ລາວ ຢ່າງ​ບໍ່​ຂາດ​ສາຍ ​ແລະ ​ເປັນ​ຈຳນວນ​ທີ່​ໃຫຍ່​ຫລວງ​ທີ່​ສຸດ. ການ​ຊ່ວຍ​ເຫລືອ​ດັ່ງກ່າວ ລວມທັງ​ການ​ໃຫ້​ກຳລັງ​ໃຈ ຕໍ່​ຜູ້ທີ່​ໄດ້ຮັບຜົນ​ກະທົບນັ້ນ ​ແມ່ນບໍ່​ສາມາດ​ປະ​ເມີນ​ຄ່າ​ໄດ້ ​ແລະ ​ເປັນ​ຄຸນຄ່າ​ອັນ​ສູງ​ສົ່ງ​ທີ່​ສຸດ ທັງ​ເປັນການ​ຊ່ວຍ​ເຫລືອຢ່າງ​ທັນ​ການ ​ແລະ ຖືກ​ກັບ​ຄວາມ​ຕ້ອງການ​ຂອງປະຊາຊົນ.


ແຫລ່ງຂ່າວ: ສິງ​ຄຳ, ພາບ: ອ່າຍຄຳ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...