Homeຂ່າວນໍ້າຖ້ວມພົບຜູ້ລອດຊີວິດເພີ່ມອີກ 3 ຄົນ ທີມກູ້ໄພລາວ-ໄທຊ່ວຍນຳຕົວໄປຢູ່ໃນທີ່ປອດໄພແລ້ວ

ພົບຜູ້ລອດຊີວິດເພີ່ມອີກ 3 ຄົນ ທີມກູ້ໄພລາວ-ໄທຊ່ວຍນຳຕົວໄປຢູ່ໃນທີ່ປອດໄພແລ້ວ

Published on

ເມື່ອວັນທີ 28 ກໍລະກົດ 2018 ທີມກູ້ໄພນະຄອນຫຼວງວຽງຈັນ 1623 ລາຍງານ ວ່າ ພົບຜູ້ລອດຊີວິດຊາຍ 3 ຄົນ ທີ່ຕິດຢູ່ບໍລິເວນນ້ຳຖ້ວມ ແລະ ຊ່ວຍພວກເຂົາໄວ້ຢ່າງປອດໄພ.

ໜ່ວຍກູ້ໄພນະຄອນຫຼວງ ຮ່ວມກັບ ມູນນິທິ ປໍເຕັກຕຶ້ງ ອອກຄົ້ນຫາຜູ້ປະສົບໄພນໍ້າຖ້ວມ ເຊິ່ງການເດີນທາງໄກອອກຈາກຈຸດທີ່ສາມາດລ່ອງເຮືອໄດ້ຫຼາຍກິໂລແມັດ ທີມຄົ້ນຫາໄດ້ພົບຜູ້ຢູ່ບໍລິເວນໂນນສູງ ເຊິ່ງມີນໍ້າຖ້ວມທັງ 4 ດ້ານ ເຊິ່ງທັງ 3 ຄົນໄດ້ບອກກ່າວກັບທີມກູ້ໄພວ່າ ໃນໄລຍະທີ່ຕິດຢູ່ແບບນີ້ຕະຫຼອດ 3 ມື້ ພວກເຂົາອາໃສການກິນມັນ ແລະ ອາຫານທີ່ຫາໄດ້ ດັ່ງນັ້ນທີມງານຈຶ່ງໄດ້ນຳພາພວກເຂົາອອກມາຈາກຈຸດນໍ້າຖ້ວມເຂົ້າສູນອາໄສຊົ່ວຄາວແລ້ວ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...