Homeຂ່າວທ້ອງຖິ່ນເຂື່ອນແຕກຍ້ອນ "ກໍ່ສ້າງບໍ່ໄດ້ມາດຕະຖານ" ລຕມ ກ່າວ! ຜູ້ກ່ຽວຂ້ອງຕ້ອງຊົດໃຊ້

ເຂື່ອນແຕກຍ້ອນ “ກໍ່ສ້າງບໍ່ໄດ້ມາດຕະຖານ” ລຕມ ກ່າວ! ຜູ້ກ່ຽວຂ້ອງຕ້ອງຊົດໃຊ້

Published on

ເມື່ອວັນທີ 27 ກໍລະກົດ 2018 ມີລາຍງານວ່າ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີການຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງເຖິງສາເຫດທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເບື້ອງຕົ້ນແມ່ນມາຈາກການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ສ່ວນສາເຫດຢ່າງລະອຽດແມ່ນຢູ່ລະຫວ່າງການກວດສອບ ໂດຍພາກສ່ວນທີ່ກ່ຽວຂ້ອງຕ້ອງຊົດໃຊ້ຄ່າເສຍຫາຍທີ່ເກີດຂຶ້ນຕາມສັນຍາ.

ທ່ານ ຄຳມະນີ ກ່າວວ່າ ພາລະກິດຂອງລັດຖະບານລາວ ຜູ້ພັດທະນາໂຄງການ ຕະຫຼອດຈົນຮອດໜ່ວຍງານທີ່ກ່ຽວຂ້ອງຈະຕ້ອງເອົາໃຈໃສ່ຟື້ນຟູສະພາບຊີວິດຄວາມເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບເຊິ່ງພາລະກິດນີ້ຈະແບ່ງເປັນ 2 ໄລຍະຄື:​ ໄລຍະສັ້ນ ຕ້ອງໃຫ້ການຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບເຄາະຮ້າຍຈາກເຫດການນ້ຳຖ້ວມ ສ່ວນໄລຍະຍາວຕ້ອງຟື້ນຟູໝູ່ບ້ານ ກໍ່ສ້າງອາຄານທີ່ພັກອາໃສໃຫ້ແກ່ປະຊາຊົນໄດ້ມີພື້ນທີ່ດຳລົງຊີວິດ

ທາງດ້ານ ທ່ານ ໄຊປະເສດ ພົມສຸຂາ ຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ ຍັງໄວເກີນໄປທີ່ຈະກ່າວເຖິງລາຍລະອຽດການຊົດເຊີຍຄ່າເສຍຫາຍໃນຕອນນີ້ ໂດຍຈະຕ້ອງພິຈາລະນາເຖິງສາເຫດ ແລະ ຄວາມເສຍຫາຍທີ່ເກີດຂຶ້ນຈາກເຂື່ອນກ່ອນ ພາຍໃຕ້ຂໍ້ຕົກລົງການສຳປະທານເຊິ່່ງມີລາຍລະອຽດຫຼາຍຢ່າງເພື່ອຈະໄດ້ຮູ້ວ່າບໍລິສັດຈະຕ້ອງໄດ້ຮັບຜິດຊອບຫຼາຍພຽງໃດ

 

ແຫລ່ງຂ່າວ: www.matichon.co.th ແລະ raosukunfung.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...