Homeຂ່າວທ້ອງຖິ່ນລັດຖະບານເກົາຫຼີໃຕ້ມອບເງິນຊ່ວຍເຫຼືອໄພພິບັດໃຫ້ລັດຖະບານລາວ 1 ລ້ານໂດລາ

ລັດຖະບານເກົາຫຼີໃຕ້ມອບເງິນຊ່ວຍເຫຼືອໄພພິບັດໃຫ້ລັດຖະບານລາວ 1 ລ້ານໂດລາ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ວ່າ ກະຊວງການຕ່າງປະເທດເກົາຫຼີໃຕ້ ໄດ້ອອກຖະແຫຼງການເມື່ອວັນສຸກວ່າ ລັດຖະບານໂຊລມອບຄວາມຊ່ວຍເຫຼືອເປັນວົງເງິນເບື້ອງຕົ້ນ 1 ລ້ານໂດລາ ໃຫ້ແກ່ລັດຖະບານລາວ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນແຂວງ ອັດຕະປື ທາງພາໃຕ້ຂອງລາວ ເຊິ່ງມີບໍລິສັດຂອງເກົາຫຼີໃຕ້ 2 ແຫ່ງຮ່ວມລົງທຶນ ເກີດພັງລົງມາເມື່ອວັນທີ 23 ກໍລະກົດ 2018ທີ່ຜ່ານມາ ເປັນເຫດໃຫ້ປະຊາຊົນກວ່າ 6.600ຄົນຂາດທີ່ຢູ່ອາໃສ,

ມີຕົວເລກລາຍງານເຂົ້າມາໃໝ່ຈາກການຖະແຫຼງການຂອງ ທ່ານ ນາງ ມີນາຄອນ ໄຊສົມພູ ຮອງເລຂາພັກແຂວງ ຄະນະຊີ້ນຳ ປະຕິບັດໜ້າທີ່ພາກສະໜາມ ກ່ຽວກັບ ສະພາບນ້ຳຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ໃຫ້ຮູ້ວ່າປັດຈຸບັນ ສໍາລັບຈໍານວນຜູ້ທີ່ບໍ່ທັນພົບເຫັນມີ 1,126 ຄົນ ໃນນັ້ນຜູ້ສູນຫາຍຕາມການຢັ້ງຢືນຂອງຄອບຄົວມີ 131 ຄົນ ສະເພາະມື້ວັນ ທີ 27 ກໍລະກົດ 2018 ນີ້ ສາມາດເກັນກູ້ໄດ້ໜຶ່ງສົບ ເປັນເດັກ ແຕ່ຍັງບໍ່ມີຜູ້ມາຢັ້ງຢືນເອົາ ລວມກັບມື້ທີ່ຜ່ານມາ ລວມທັງໝົດເປັນ 6 ສົບ

ສຳລັບການຊ່ວຍເຫຼືອຈາກລັດຖະບານເກົາຫຼີໃຕ້ ແບ່ງເປັນເງິນສົດ 500.000ໂດລາ ແລະ ອີກ 500.00ໂດລາແມ່ນເປັນມູນຄ່າຂອງສິ່ງຂອງທີ່ຮວມເຖິງເຄື່ອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນ ແລະ ເຄື່ອງມືສຳລັບການຊ່ວຍຟື້ນຟູພື້ນທີ່ປະສົບໄພ ໂດຍສິ່ງຂອງເຫຼົ່ານີ້ແມ່ນຈະເດີນທາງມາກັບເຈົ້າໜ້າທີ່ທີມງານບັນເທົາໄພພິບັດເຊິ່ງປະກອບດ້ວຍເຈົ້າໜ້າທີ່ສະໜັບສະໜູນທົ່ວໄປ 5 ຄົນ ແລະ ເຈົ້າໜ້າທີ່ດ້ານການແພດອີກ 5 ຄົນ.

ໃນວັນດຽວກັນ ທ່ານ ເຊ ແທ-ວອນ ປະທານກຸ່ມບໍລິສັດເອສເຄ ໜຶ່ງນບໍລິສັດຂະໜາດໃຫຍ່ທີ່ສຸດຂອງເກົາຫຼີໃຕ້ ແລະ ເປັນບໍລິສັດແມ່ຂອງເອສເຄ ເອັນຈີເນຍຣິງ ແອນ ຄອນສະຕັກຊັ່ນ ເຊິ່ງເປັນ 1 ໃນ 2 ຂອງບໍລິສັດເກົາຫຼີໃຕ້ທີ່ມີສ່ວນຮ່ວມໃນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ເຂົ້າພົບທ່ານທູດລາວປະຈຳນະຄອນຫຼວງໂຊລ ເພື່ອສະແດງຄວາມເສຍໃຈຢ່າງສູງສຸດຕໍ່ເຫດການທີ່ເກີດຂຶ້ນ ພ້ອມມອບເງິນ 10 ລ້ານໂດລາ ໃຫ້ແກ່ລັດຖະບານລາວ ສຳລັບໃຊ້ຈ່າຍໃນພາລະກິດກູ້ໄພ ແລະ ການຈັດສັນດ້ານການຊ່ວຍເຫຼືອ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...