Homeຂ່າວທ້ອງຖິ່ນພາຍໃນແຂວງອຸດົມໄຊເລີ່ມເປີດຮັບບໍລິຈາກເພື່ອຊ່ວຍເຫຼືອ 3 ເມືອງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ພາຍໃນແຂວງອຸດົມໄຊເລີ່ມເປີດຮັບບໍລິຈາກເພື່ອຊ່ວຍເຫຼືອ 3 ເມືອງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

Published on

ດັ່ງທີ່ພວກເຮົາຮູ້ນຳກັນວ່າປັດຈຸບັນມີຫຼາຍແຂວງໃນລາວປະສົບໄພນ້ຳຖ້ວມ ແລະ 1 ໃນນັ້ນລວມມີແຂວງອຸດົມໄຊ ເຊິ່ງເກີດໄພນ້ຳຖ້ວມຢູ່ເມືອງເຊັ່ນ: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ ແຂວງອຸດົມໄຊ ຄັ້ງວັນທີ 16 ກໍລະກົດ 2018 ຕາມການລາຍງານຂໍ້ມູນເບື້ອງຕົ້ນຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແບງ ບ້ານທີ່ຖືກຜົນກະທົບຈາກເຫດການໄພນໍ້າຖ້ວມໃນຄັ້ງນີ້ມີຈຳນວນທັງໝົດ 20 ບ້ານ, ມີ 778 ຄອບຄົວ, ນໍ້າຖ້ວມເຮືອນເປ່ເພຈຳນວນ 131 ຫຼັງຄາເຮືອນ, ງົວຄວາຍຕາຍ 24 ໂຕ, ນາເສຍຫາຍ 239 ເຮັກຕາ, ສວນສາລີເສຍຫາຍ 205 ເຮັກຕາ, ໜອງປາເສຍຫາຍ 27 ໜອງ, ດິນເຈື່ອນຖົມເຮືອນ 6 ຫຼັງ. ມີຈຳນວນພົນທັງໝົດ 4,716 ຄົນ, ຍິງ 2,462 ຄົນ ລວມມູນຄາເສຍຫາຍທັງໝົດປະມານ  1,481,000,000 ກີບ.

ເມື່ອເວລາ 14:20 ນາທີ ຂອງວັນທີ 24 ກໍລະກົດ 2018 ພະແນກແຮງງານ ແລະ ສະຫວັດດີການສັງຄົນແຂວງ ໄດ້ນຳເອົາສັງກະສີ, ເຫຼັກຕາປູ ແລະ ເຫຼັກຕາປູຕອກສັງກະສີ ລົງມອບໃຫ້ຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງປາກແບງ ແຂວງອຸດົມໄຊ. ເຊິ່ງກ່າວມອບໂດຍ ທ່ານ ສົມຟອງ ແສງຈັນທະລາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ຮັບໂດຍ ທ່ານ ຄຳເຜີຍ ງອນວັນຄຳ ເຈົ້າເມືອງ ເມືອງປາກແບງ, ມີຄະນະປະຈຳພັກເມືອງ ແລະ ຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຈຳນວນ 26 ຄອບຄົວ ເຂົ້າຮ່ວມຮັບນຳ.
ສຳລັບເຄື່ອງຊ່ວຍເຫຼືອສຸກເສີນໃນຄັ້ງນີ້ປະກອບມີ:
1. ສັງກະສີ ຈຳນວນ 1,280 ແຜນ
2. ເຫຼັກຕາປູ 250 ກິໂລກຼາມ
3. ເຫຼັກຕາປູຕອກສັງກະສີ ຈຳນວນ 52 ກັບ.
ການຊ່ວຍເຫຼືອດັ່ງກ່າວແມ່ນເປັນການຊ່ວຍເຫຼືອບັນເທົ່າທຸກໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມເຮືອນໄຫຼນໍ້າ, ເຮືອນເປ່ເພເສຍຫາຍ ໃນຄັ້ງວັນທີ່ 21/07/2018 ທີ່ຜ່ານມານັ້ນ.

ເຊິ່ງປັດຈຸບັນ ໄດ້ມີການເຊີນຊວນໃຫ້ໃຫ້ຄົນພາຍໃນແຂວງກໍ່ຄືຊາວແຂວງ ອຸດົມໄຊ ຮ່ວມບໍລິຈາກອາຫານ, ວັດຖຸສິ່ງຂອງຕ່າງໆທີ່ຈຳເປັນເພື່ອນຳໄປຊ່ວຍຜູ້ທີ່ໄດ້ຮັບຜົນກະທົບ.

 

ແຫລ່ງຂ່າວ: ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...