spot_img
Homeຂ່າວນໍ້າຖ້ວມເມືອງບົວລະພາ ແຂວງ ຄຳມ່ວນ ນ້ຳຖ້ວມໜັກ 20 ກວ່າບ້ານໄດ້ຮັບຄວາມເດືອດຮ້ອນ

ເມືອງບົວລະພາ ແຂວງ ຄຳມ່ວນ ນ້ຳຖ້ວມໜັກ 20 ກວ່າບ້ານໄດ້ຮັບຄວາມເດືອດຮ້ອນ

Published on

ານ ວິໄລສັກ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງບົວລະພາ ແຂວງຄຳມ່ວນ ເປີດເຜີຍວ່າ: ມາຮອດປັດຈຸບັນ ລະດັບນ້ຳໃນເຊບັ້ງໄຟຫຼຸດລົງປະມານ 60-70 ເປີເຊັນແລ້ວ ພາຍຫຼັງທີ່ຝົນຕົກໜັກນັບແຕ່ວັນທີ 21 ກໍລະກົດ 2018 ເປັນຕົນມາ ແລະ ຕົກແຮງທີ່ສຸດໃນວັນທີ 22 ຈຶ່ງເຮັດໃຫ້ນ້ຳເຊບັ້ງໄຟຍຶ່ງຂຶ້ນຢ່າງກະທັນຫັນ ສົ່ງຜົນກະທົບໃຫ້ນ້ຳຖ້ວມບ້ານເຮືອນຂອງປະຊາ ຊົນທັງໝົດ ຈຳນວນ 20 ກວ່າບ້ານ ເປັນຕົ້ນແມ່ນ: ບ້ານໜອງປີງ, ຂວັນຂະໂຍມ, ພະຫວາຍ, ປາກພະນັງ, ສະອາງ, ຂະຍູ້, ບ້ານໂສຍ, ບ້ານແກ້ງ, ບ້ານກາງ, ນາແປ, ແກ້ງບົກ, ບ້ານຊອກ, ນາຕັ້ງໃຈ, ປາກຊໍ, ນາກະຈາມນ້ອຍ, ນາກະຈາມໃຫຍ່, ແສນພັນ, ບ້ານພະນົບ, ໜອງແສງ, ນາປາງ, ສົບເປ, ທ່າກະຈັນ, ນາສົມບູນ, ທ່າແຮ່, ນາພະນັກ ແລະ ບ້ານໂຄກ.

ສຳລັບບ້ານທີ່ຖຶກຜົນກະທົບນັ້ນ ແມ່ນບ້ານທີ່ອາໃສຢູ່ໃກ້ກັບແຄມເຊບັ້ງໄຟເປັນສ່ວນໃຫຍ່. ໃນນີ້, ຈຳນວນ 20 ກວ່າບ້ານມີພຽງແຕ່ 5-6 ບ້ານທີ່ນໍ້າຖ້ວມໜ້ກ ເຊິ່ງທາງການນໍາຂັ້ນແຂວງ, ເມືອງ, ໜ່ວຍກູ້ໄພ ແລະ ພາກສ່ວນກ່ຽວຂ້ອງແມ່ນເລັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່ສ່ຽງ ເຊິ່ງເຫັນວ່າເຮືອນຊານ , ລວມທັງສັດລ້ຽງ ແລະ ເນື້ອທີ່ການຜະລິດປະເພດຕ່າງໆເສຍຫາຍສົມຄວນ; ແຕ່ໂຊກດີບໍ່ມີຜູ້ໄດ້ຮັບບາດ ເຈັບ ຫຼື ເສຍຊີວິດແຕ່ຢ່າງໃດ ເນື່ອງຈາກຄະນະຮັບຜິດຊອບໄດ້ເອົາໃຈໃສ່ຕິດຕາມ ແລະ ແຈ້ງເຕືອນປະຊາຊົນຢ່າງໃກ້ຊິດ ຈຶ່ງເຮັດໃຫ້ການກຽມຄວາມພ້ອມດ້ານຕ່າງໆເປັນລະບົບຄັກແນ່.

ຂະນະທີ່, ຈຸດຮອງຮັບຜູ້ອົບພະຍົມແບ່ງອອກເປັນ 2 ຈຸດໃຫຍ່ ເຊິ່ງໄລຍະຜ່ານມາໄດ້ມີພາກສ່ວນບໍລິສັດ, ຫ້າງຮ້ານ ແລະ ປະຊາຊົນທົ່ວແຂວງໄດ້ບໍລິຈາກເຄື່ອງຊ່ວຍເຫຼືອປະເພດອາຫານ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະ ເງິນຈຳນວນໜຶ່ງ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ກັບຜູ້ໄດ້ຮັບຜົນກະທົບໃນຄັ້ງນີ້.

ທ່ານ ວິໄລສັກ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ, ພວກເຮົາກໍມີແຜນຮັບມືກັບໄພນ້ຳຖ້ວມຄັ້ງນີ້ຢ່າງເຄັ່ງຄັດ ແລະ ຄາດວ່າຈາກການເກັບກຳຂໍ້ມູນຕົວຈິງຂອງຄະນະຮັບຜິດຊອບ ຈະສາມາດສະຫຼຸບຜົນເສຍຫາຍໄດ້ຢ່າງຊັດເຈນອີກຄັ້ງ.

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...