Homeຂ່າວພາຍ​ໃນທ່ານນາຍົກໄທມອບເງິນ 5 ລ້ານບາດ ຫຼື 1.3ຕື້ກີບໃຫ້ສະຖານທູດລາວ ເນັ້ນ! ພ້ອມຊ່ວຍເຫຼືອລາວເຕັມທີ່

ທ່ານນາຍົກໄທມອບເງິນ 5 ລ້ານບາດ ຫຼື 1.3ຕື້ກີບໃຫ້ສະຖານທູດລາວ ເນັ້ນ! ພ້ອມຊ່ວຍເຫຼືອລາວເຕັມທີ່

Published on

ເມື່ອວັນທີ 25 ກໍລະກົດ 2018 ເວລາ 14:00 ໂມງ ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊາອານາຈັກໄທ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 5 ລ້ານບາດ ຫຼື 1.3 ຕື້ກີບ ແກ່ສະຖານທູດລາວ ເພື່ອສະແດງຄວາມຫ່ວງໃຍ ແລະ ນໍ້າໃຈຂອງປະຊາຊົນຊາວໄທ ໃນຖານະມິດປະເທດທີ່ໃກ້ຊິດ ສຳລັບໃຊ້ຊ່ວຍໃນວຽກງານບັນເທົາຜົນກະທົບຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ເກີດຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນ.

ໂອກາດນີ້ທ່ານນາຍົກ ຍັງກ່າວອີກວ່າ ພ້ອມໃຫ້ຄວາມຊ່ວຍເຫຼືອທັງໃນດ້ານອາຫານ ນໍ້າສະອາດ ຢາ ແລະ ເຕັ້ນພຣາສຕິກ ໃນການບັນເທົາໄພພິບັດໃນຄັ້ງນີ້ ເຊິ່ງຂະນະນີ້ ຮັບຮູ້ວ່າໜ່ວຍງານທີ່ກ່ຽວຂ້ອງທັງທະຫານ, ເຈົ້າໜ້າທີ່ ແລະ ອາສາສະໝັກ ໄດ້ມີການປະຊຸມເພື່ອຮ່ວມກັນກຳນົດແນວທາງການໃຫ້ຄວາມຊ່ວຍເຫຼືອຕໍ່ໄປ.

 

 ແຫລ່ງຂ່າວຊ່ອງ: workpointnews.com

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...