Homeຂ່າວຕ່າງປະເທດຟິລິບປິນ ສະເໜີສ້າງເຂດປົກຄອງຕົນເອງອິດສະລາມ ຫວັງຢຸດຕິການແບ່ງແຍກດິນແດນ

ຟິລິບປິນ ສະເໜີສ້າງເຂດປົກຄອງຕົນເອງອິດສະລາມ ຫວັງຢຸດຕິການແບ່ງແຍກດິນແດນ

Published on

 

ຜູ້ນຳຂອງຟີລິບປິນ ນຳສະເໜີຮ່າງກົດໝາຍສ້າງລັດອິດສະລາມ ຫວັງຢຸດຕິບັນຫາຂໍ້ຂັດແຍ່ງພາຍໃນປະເທດ ໂດຍຈະມີ

ການເຈລະນາສັນຕິພາບຢ່າງເປັນທາງການ ກັບກຸ່ມແບ່ງແຍກດິນແດນໃນເດືອນຕຸລານີ້.

 

ສື່ຂອງຕ່າງປະເທດລາຍງານ ໃນວັນທີ 10 ກັນຍາ 2014 ນີ້ວ່າ ປະທານາທິບໍດີ ເບນິກໂນ ອາຄວີໂນ ໄດ້ສົ່ງຮ່າງກົດໝາຍຕໍ່

ສະພາຜູ້ແທນຂອງຟິລິບປິນ ເພື່ອສ້າງເຂດປົກຄອງຕົນເອງຂອງມຸດສະລິມໃນພາກໃຕ້ຂອງປະເທດ ເຊິ່ງຈະມີຂັ້ນຕອນ

ຂອງການເຈລະຈາ ທີ່ຈະນຳມາເຊິ່ງການຢຸດຕິບັນຫາການຕໍ່ສູ້ກັນພາຍໃນປະເທດ ລະຫວ່າງກອງກຳລັງຂອງລັດຖະບານ

ແລະ ກຸ່ມແບ່ງແຍກດິນດິນມຸດສະລິມ.

 

ທັງນີ້ ຮ່າງກົດໝາຍດັ່ງກ່າວ ແມ່ນໄດ້ຖືກສົ່ງໄປເຖິງສະພາຜູ້ແທນຂອງຟິລິບປິນ ໃນວັນທີ 10 ກັນຍາ 2014 ທີ່ຜ່ານມາ

ແລະ ຈະມີການເຈລະຈາສັນຕິພາບຢ່າງເປັນທາງການຂຶ້ນ ໃນລະຫວ່າງເດືອນຕຸລາຂອງປີນີ້.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...