spot_img
Homeຂ່າວທ້ອງຖິ່ນພົບພາຍຸ 5 ລູກກໍ່ຕົວທົ່ວພາກພື້ນອາຊີປາຊີຟິກ "ເຊິກເຕິນ" ພັດຜ່ານຫວຽດນາມອີກຄັ້ງ

ພົບພາຍຸ 5 ລູກກໍ່ຕົວທົ່ວພາກພື້ນອາຊີປາຊີຟິກ “ເຊິກເຕິນ” ພັດຜ່ານຫວຽດນາມອີກຄັ້ງ

Published on

ສູນຮ່ວມການເຕືອນໄພໃຕ້ຝຸ່ນ ພາກພື້ນອາຊີປາຊີຟິກ ເປີດເຜີຍວ່າ ພົບການກໍ່ຕົວຂອງພາຍຸເຂດຮ້ອນພ້ອມໆກັນເຖິງ 5 ລູກ ຄາດການວ່າພາຍຸຢ່າງໜ້ອຍ 2 ລູກ ຈະພັດທະນາກາຍເປັນພາຍຸໃຕ້ຝຸ່ນໃນອີກບໍ່ພໍເທົ່າໃດມື້ຕໍ່ໜ້າ ຂະນະນີ້ພາຍຸເຊິກເຕິນຍັງບໍ່ສິ້ນສຸດ ແລະ ໄດ້ທະວີຄູນກາຍເປັນພາຍຸໂຊນຮ້ອນອີກຄັ້ງ

ສະພາບອາກາດຝົນຕົກໜັກຕິດຕໍ່ກັນຫຼາຍມື້ໃນພື້ນທີ່ປະເທດໄທ, ລາວ ແລະ ຫວຽດນາມ ເປັນຜົນມາຈາກອິດທິພົນຂອງພາຍຸເຊິນເຕິນ ຫຼັງຈາກພັດຜ່ານປະເທດຫວຽດນາມເມື່ອອາທິດທີ່ຜ່ານມາ ກ່ອນຈະອ່ອນກຳລັງລົງ ແລະ ເຄື່ອນຕົວລົງໄປຫວຽດນາມ ແລະ ລົງສູ່ທະເລຈີນໃຕ້ອີກຄັ້ງ ໂດຍປັດຈຸບັນພາຍຸເຊິກເຕິນໄດ້ເພີ່ມກຳລັງກາຍເປັນພາຍຸໂຊນຮ້ອນອີກຄັ້ງ ແລະ ພັດຂຶ້ນເກາະໄຫລຳ ຄາດວ່າຈະເຄື່ອນສູ່ປະເທດຈີນ ແລະ ຫວຽດນາມຕອນເໜືອ.

ຂະນະດຽວກັນບໍລິເວນມະຫາສະໝຸດປາຊີຟິກຝັ່ງຕະເວັນຕົກຍັງພົບພາຍຸອີກ 4 ລູກໄດ້ແກ່: ພາຍຸໂຊນຮ້ອນ ອ໊ອມປີລ ພັດຂຶ້ນປະເທດຈີນ ອີກທັງຍັງມີພາຍຸ ດີເປຣສຊັ່ນ 3 ລູກ ໄດ້ແກ່: ພາຍຸດີເປຣສຊັ່ນ Thirteen ທີ່ກຳລັງມຸ່ງໜ້າໄປທະເລເຫຼືອງຂອງຈີນ, ພາຍຸດີເປຣສຊັ່ນ Fourteen ຍັງບໍ່ມີແນວໂນ້ມວ່າຈະພັດຂຶ້ນປະເທດໃດ ແລະ Fifteen ກຳລັງພັດທະນາເປັນພາຍຸໂຊນຮ້ອນ ແລະ ໃຕ້ຝຸ່ນຕາມລຳດັບ ຄາດວ່າຈະເຄື່ອນຕົວເຂົ້າເກາະໂອກິນາວາ ປະເທດຍີປຸ່ນ ໃນຊ່ວງທ້າຍອາທິດນີ້

ຂະນະທີ່ກົມອຸຕຸນິຍົມວິທະຍາ ໄດ້ອອກປະກາດເຕືອນ “ພາຍຸດີເປຣສຊັ່ນບໍລິເວຍອ່ານຕັງເກ໋ຍ” ເຊິ່ງພາຍຸລູກນີ້ກຳລັງເຄື່ອນຕົວໄປທາງທິດຕະເວັນອອກດ້ວຍຄວາມໄວ 12 ກິໂລແມັດຕໍ່ຊົ່ວໂມງ ມີຄວາມໄວສູງສຸດໃກ້ສູນກາງປະມານ 55 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະເຄື່ອນເຂົ້າມາປົກຄຸມບໍລິເວນພາກໃຕ້ຂອງປະເທດຈີນ ໃນໄລຍະວັນທີ 23-24 ກໍລະກົດ 2018 ໂດຍຈະສົ່ງຜົນກະທົບໃຫ້ພາກຕະເວັນຕົກ ແລະ ພາກເໜືອຂອງລາວມີຝົນຕົກປະມານ 40%ຂອງພື້ນທີ່.

 

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...