Homeຂ່າວທ້ອງຖິ່ນ ວາລະສານຈໍາປາເມືອງລາວ, ວາລະສານເທິງເຮືອບິນຂອງການບິນລາວຈັດງານຄົບຮອບໜຶ່ງປີ

 ວາລະສານຈໍາປາເມືອງລາວ, ວາລະສານເທິງເຮືອບິນຂອງການບິນລາວຈັດງານຄົບຮອບໜຶ່ງປີ

Published on

ໃນວັນທີ 13 ກໍລະກົດ, ບໍລິສັດ ອາດີເຄ ກຣຸບ, ບໍລິສັດຊ່ຽວຊານດ້ານແປພາສາ ແລະ ທີ່ປຶກສາດ້ານການຕະຫຼາດ, ຮ່ວມກັນກັບລັດວິສາຫະກິດການບິນລາວໄດ້ຈັດງານຄົບຮອບໜຶ່ງປີຂອງວາລະສວານຈໍາປາເມືອງລາວຂຶ້ນ ເພື່ອສະຫຼອງຄວາມສຳເລັດໃນໄລຍະປີທີ່ຜ່ານມາ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ສະເຫຼີມ ໄຕຍະລາດ, ທີມງານບໍລິສັດ ອາດີເຄ ກຣຸບ, ເອກອັກຄະຣາຊະທູດ ແລະ ຜູ້ບໍລິຫານຈາກບໍໍລິສັດຕ່າງໆ.. ສະຖານທີ່ຈັດງານແມ່ນທີ່ຫ້ອງຈັດລ້ຽງ ກິນນະຣີ, ຮ້ານອາຫານຄົວລາວ.

ທ່ານ ຄາແມຣອນ ດາຣກ, ຜູ້ບໍລິຫານບໍລິສັດ ອາດີເຄ ກຣຸບ ໄດ້ກ່າວວ່າ: “ວາລະສານຈໍາປາເມືອງລາວຖືໄດ້ວ່າເປັນວາລະສານທີ່ໄດ້ຮັບຄວາມສົນໃຈ ແລະ ເປັນທີ່ຕ້ອງຕາຕ້ອງໃຈຂອງຜູ້ໂດຍສານຂອງການບິນລາວ ທັງຜູ້ໂດຍສານທີ່ເປັນນັກທ່ອງທ່ຽວ ແລະ ນັກທຸລະກິດ ທັງໃນປະເທດ ແລະ ໃນພາກພື້ນ”.

ທ່ານ ແຄມເມຣອນ ໄດ້ເສີມຕື່ມວ່າ: “ໃນຂະນະທີ່ແນວໂນ້ມຂອງສື່ສິ່ງພິມໃນທົ່ວໂລກກຳລັງຫຼຸດລົງ, ວາລະສານໃນເຮືອບິນຍັງສາມາດທີ່ຈະຄອງສ່ວນແບ່ງການຕະຫຼາດຂອງມັນໄວ້ໄດ້. ໃນວາລະສານຈໍາປເາເມືອງລາວ ທ່ານຈະໄດ້ເຫັນສະຖານທີ່ທ່ອງທ່ຽວຕ່າງໆໃນລາວ ແລະ ພາກພື້ນ, ຄວາມງົດງາມຂອງວັດທະນະທຳ ແລະ ອາຫານຈາກຫຼາຍໆທ້ອງຖິ່ນ ຜ່ານການເຮັດວຽກຢ່າງຈິງຈັງຂອງທີມບັນນາທິການ”.

ທ່ານ ເຈສັນ ໂຣເລິນ, ບັນນາທິການຂອງວາລະສານຈໍາປາເມືອງລາວໄດ້ກ່າວວ່າ: “ພວກເຮົາໄດ້ເອົາໃຈໃສ່ໃນການຄັດເລືອກຮູບພາບທີ່ງາມທີ່ສຸດ ແລະ ສ້າງສັນບົດຄວາມໂດຍນັກຂຽນຜູ້ຊ່ຽວຊານທັງຄົນລາວ ແລະ ຕ່າງປະເທດ ເພື່ອໃຫ້ຜູ້ອ່ານ ເຊິ່ງຫຼັກໆກໍຄື ຜູ້ໂດຍສານຂອງສາຍການບິນລາວ ທີ່ມີທັງນັກທຸລະກິດ ແລະ ນັກທ່ອງທ່ຽວຄົນລາວ ແລະ ຕ່າງປະເທດ ປະທັບໃຈທີ່ສຸດ”.

ໃນໂອກາດນີ້, ວາລະສານຈໍາປາເມືອງລາວໄດ້ມອບລາງວັນໃຫ້ຜູ້ຊະນະການປະກວດຮູບພາບໃນຫົວຂໍ້ “ເມືອງລາວຂອງຂ້ອຍ” ເຊິ່ງໄດ້ເປີດໂອກາດໃຫ້ຊ່າງພາບມືໃໝ່ ແລະ ມືອາຊີບທຸກທ່ານສົ່ງຮູບພາບສະຖານທີ່ທີ່ເຂົາເຈົ້າມັກທີ່ສຸດໃນລາວເຂົ້າຮ່ວມ. ຜູ້ຊະນະໄດ້ຮັບປີ້ເຮືອບິນເດີນທາງໄປຮ່າໂນ້ຍ, ຊຽງໃໝ່, ແລະ ຫຼວງພະບາງ.

ທ່ານ ເຈສັນ ໄດ້ກ່າວເພີ່ມວ່າ: “ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງມາຍັງລູກຄ້າທຸກທ່ານ ແລະ ບັນດາທ່ານ ທີ່ໃຫ້ການສະໜັບສະໜູນວາລະສານເຮົາຕັ້ງແຕ່ເລີ່ມຕົ້ນ, ພວກເຮົາຈະສືບຕໍ່ພັດທະນາ ແລະ ຄົງມາດຕະຖານຂອງວາລະສານເຮົາ ທັງດ້ານຮູບພາບ ແລະ ບົດຄວາມ ເພື່ອຕອບຮັບຄວາມຄາດຫວັງຂອງຜູ້ອ່ານທຸກທ່ານໃຫ້ດີທີ່ສຸດ”.

ບັນຍາກາດງານສະຫຼອງເປັນໄປດ້ວຍຄວາມມ່ວນຊື່ນຈາກສຽງເພງຂອງດີເຈ ແລະ ອາຫານຈາກຮ້ານອາຫານຄົວລາວ, ມີຊຸ້ມຖ່າຍຮູບໃຫ້ບັນດາແຂກທີ່ເຂົ້າຮ່ວມງານຖ່າຍເປັນທີ່ລະນຶກ, ແລະ ຍັງມີການຈັດສະແດງຮູບພາບທັງ 9 ພາບ ຈາກຜູ້ທີ່ຊະນະການແຂ່ງຂັນ.

 

ກ່ຽວກັບວາລະສານຈໍາປາເມືອງລາວ:

ວາລະສານຈໍາປາເມືອງລາວ ເປັນວາລະສານເທິງເຮືອບິນຂອງສາຍການບິນລາວ, ເປັນວາລະສານລາຍສອງເດືອນ; ປະກອບມີທັງບົດຄວາມທີ່ຫຼາກຫຼາຍ ບໍ່ວ່າຈະເປັນບົດຄວາມກ່ຽວກັບສະຖານທີ່ທ່ອງທ່ຽວຕ່າງໆທີ່ໄດ້ຮັບຄວາມນິຍົມສູງ, ຮູບແບບການໃຊ້ຊີວິດທີ່ທັນສະໄໝ, ວັດທະນະທຳປະເພນີ ແລະ ເປົ້າໝາຍໃນການສົ່ງເສີມການທ່ອງທ່ຽວພາຍໃນລາວ ແລະ ພາກພື້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...