Homeຂ່າວຕ່າງປະເທດລຸ້ນສົມບັດມະຫາສານໃນເຮືອຣັດເຊຍທີ່ຈົມໃນທະເລເກົາຫຼີໃຕ້ດົນກວ່າ 113 ປີ

ລຸ້ນສົມບັດມະຫາສານໃນເຮືອຣັດເຊຍທີ່ຈົມໃນທະເລເກົາຫຼີໃຕ້ດົນກວ່າ 113 ປີ

Published on

ເມື່ອວັນທີ 18 ກໍລະກົດ 2018 ສຳນັກຂ່າວ ອາຣທີ ຂອງຣັດເຊຍລາຍງານວ່າ ເກີດກະແສຮືຮາເຖິງການລຸ້ນສົມບັດໃຕ້ທ້ອງທະເລ ຈາກການທີ່ບໍລິສັດຊີນິລ ກຣຸບ ຂອງເກົາຫຼີໃຕ້ ເຜີຍແຜ່ຮູບການຄົ້ນພົບເຮືອ ດາມິທຣີ ດອນສກອຍ – Dmitrii Donskoi ຂອງຣັດເຊຍຈົມຢູ່ທະເລນ້ຳເລິກໃນນ້ຳຂອງເກົາຫຼີໃຕ້ມາດົນກວ່າ 113 ປີ ແລະ ຄາດວ່າເຮືອຈະບັນທຸກຄຳມານຳເຖິງ 200 ຕັນ ໃນຫີບ 5,500 ຫີບ ມີມູນຄ່າເຖິງ 133,000 ລ້ານໂດລາ

ເຮືອ Dmitrii Donskoi ເປັນເຮືອຂອງກອງຈັກກະພັດຣັດເຊຍ ສົ່ງໃນໃຊ້ໃນຊ່ວງສົງຄາມຣັດເຊຍ-ຍີປຸ່ນ ເມື່ອປີ 1904-1905 ພ້ອມກັບເຮືອອື່ນໆອີກ ໃນເສິກສືຊິມະ ທີ່ລົງເອີຍດ້ວຍຄວາມປຣາໄຊຂອງຝ່າຍຣັດເຊຍ ຖືກກອງທັບຍີ່ປຸ່ນໄລ່ລ່າ ຈົນລູກເຮືອຕັດສິນໃຈເຈາະທ້ອງເຮືອເພື່ອຈົມເຮືອແທນທີ່ຈະຍອມຈຳນົນ ທີ່ບໍລິເວນເກາະອຸລລຶງໂດ ຂອງເກົາຫຼີໃຕ້ ຈາກປະຫວັດສາດເຮືອລຳດັ່ງກ່າວ ເປັນເຮືອຂົນສົມບັດລ້ຳຄ່າເພື່ອຈະເປັນຄ່າໃຊ້ຈ່າຍໃນສົງຄາມ ແລະ ເປັນໄປໄດ້ວ່າມີບັນດາຄຳຈາກເຮືອລຳທີ່ເສຍຫາຍລຳອື່ນຖ່າຍໂອນມາໄວ້ໃນເຮືອລຳນີ້ ດັ່ງນັ້ນ ຈິ່ງໄດ້ມີຄຳລືຊາກັນວ່າໃຜທີ່ໄດ້ສາກເຮືອ ດອນສກອຍນີ້ຕ້ອງເປັນເສດຖີທັນທີ

ທາງບໍລິສັດຊີນິລຍັງກ່າວໄວ້ລ່ວງໜ້າວ່າ ຖ້າພົບສົມບັດໃນເຮືອນີ້ແທ້ຈະແບ່ງໃຫ້ 10% ໄປໃຊ້ໃນການລົງທຶນພັດທະນາເກາະອຸລລຶງໂດ ເພື່ອເປັນແຫຼ່ງທ່ອງທ່ຽວຂອເກົາຫຼີໃຕ້ ຮວມທັງສ້າງພິພິດຕະພັນສຳລັບຊົມເຮືອລຳດັ່ງກ່າວ ນອກຈາກນີ້ຍັງເອື້ອຍເຖິງຣັດເຊຍເຈົ້າຂອງເຮືອ ແຕ່ເມື່ອບໍ່ໄດ້ສົ່ງທີມມາຊ່ວຍເຫຼືອຕັ້ງແຕ່ມຳອິດ ຈິ່ງຈະໃຊ້ເງິນໄປໃນໂຄງການພັດທະນາກັບຣັດເຊຍແທນ ຢ່າງ ສ້າງທາງລົດໄຟເຊື່ອມຕໍ່ກັບຣັດເຊຍກັບເກົາຫຼີໃຕ້ ຕັດຜ່ານເກົາຫຼີເໜືອ

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...