Homeຂ່າວຕ່າງປະເທດສອງຜູ້ນຳສະຫະລັດ ກັບ ຣັດເຊຍ ປະຊຸມສຸດຍອດຄັ້ງປະຫວັດສາດ

ສອງຜູ້ນຳສະຫະລັດ ກັບ ຣັດເຊຍ ປະຊຸມສຸດຍອດຄັ້ງປະຫວັດສາດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ເຮລຊິງກິ ປະເທດຟິນແລນ ເມື່ອວັນທີ 16 ກໍລະກົດ 2018ວ່າ ປະທານາທິບໍດີ ໂດນັລ ທຣັມ ເລີ່ມຕົ້ນການປະຊຸມສຸດຍອດປະຫວັດສາດ ກັບ ປະທານາທິບໍດີ ວາລາດີເມຍ ປູຕິນ ໃນຖານະສອງຊາດມະຫາອຳນາດນິວເຄຣຍຂອງໂລກ ໂດຍຜູ້ນຳສະຫະລັດໄດ້ຍົກປະເດັນສ່ວນຕົວເລື່ອງທີ່ຣັດເຊຍເຂົ້າແຊກແຊງການເລືອກຕັ້ງປະທານາທິບໍດີສະຫະລັດ ເມື່ອປີ 2016 ຂຶ້ນມາຫາລືກັບຜູ້ນຳຣັດເຊຍ ແລ້ວຍັງກ່າວຕຳນິດ້ວຍຖ້ອຍຄຳຮຸນແຮງຕໍ່ລັດຖະບານສະຫະລັດຊຸດເກົ່າທີ່ເຮັດໃຫ້ຄວາມສຳພັນຂອງສະຫະລັດກັບຣັດເຊຍກ້າວເຂົ້າສູ່ຈຸດຕົກຕ່ຳ

ຂ່າວລາຍງານວ່າ ເມື່ອວັນທີ 17 ກໍລະກົດ 2018 ທ່ານ ໂດນັລ ທຣັມ ແລະ ທ່ານ ປູຕິນ ໄດ້ມີຖະແຫຼງຮ່ວມກັນຫຼັງຈາກສຳເລັດການພົບປະຫາລື ໂດຍປະເດັນສຳຄັນໃນການຖະແຫຼງຮ່ວມເຖິງໜ່ວຍງານຂ່າວກອງຂອງສະຫະລັດມີຄວາມໝັ້ນໃຈວ່າ ຣັດເຊຍຢູ່ເບື້ອງຫຼັງການແຊກແຊງການເລືອກຕັ້ງປະທານາທິບໍດີສະຫະລັດເມື່ອປີ 2016 ທຣັມໄດ້ກ່າວວ່າເຂົາໄດ້ຮັບການຢືນຢັນຈາກປູຕິນວ່າ ຣັດເຊຍບໍ່ມີສ່ວນກ່ຽວຂ້ອງ ແລະ ຕົນເອງເຫັນພ້ອມກັບຄຳດັ່ງກ່າວ ແຕ່ກໍ່ເຊື້ອໝັ້ນໃນການທຳງານຂອງທຸກຝ່າຍທີ່ກ່ຽວຂ້ອງ

ສຳລັບການພົບກັນໃນຄັ້ງນີ້ຖືເປັນຄັ້ງທຳອິດໃນຮອບ 21 ປີ ທີ່ປະທານາທິບໍດີສະຫະລັດສະຫະລັດ ແລະ ປະທານາທິບໍດີຣັດເຊຍປະຊຸມຮ່ວມກັນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...