spot_img
Homeຂ່າວພາຍ​ໃນລັດຖະບານລາວອອກຖະແຫຼງການໂຕ້ຕອບ ກໍລະນີສະຫະລັດງົດອອກວີຊາແກ່ພົນລະເມືອງລາວຈຳນວນໜຶ່ງ

ລັດຖະບານລາວອອກຖະແຫຼງການໂຕ້ຕອບ ກໍລະນີສະຫະລັດງົດອອກວີຊາແກ່ພົນລະເມືອງລາວຈຳນວນໜຶ່ງ

Published on

ລັດຖະບານລາວໄດ້ອອກແຈ້ງການໂຕ້ຕອບກ່ຽວກັບການງົດອອກວີຊາໃຫ້ແກ່ບຸກຄົນທີ່ມີສັນຊາດລາວຈຳນວນໜຶ່ງ ເຊິ່ງໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມ ຫຼັງຈາກທີ່ລັດຖະບານສະຫະລັດກໍຄືກະຊວງຄວາມໝັ້ນຄົງພາຍໃນຂອງສະຫະລັດ ໄດ້ສັ່ງໃຫ້ກະຊວງການຕ່າງປະເທດຂອງຕົນ ງົດອອກວີຊາໃຫ້ແກ່ພະນັກງານລັດຂອງລາວຈຳນວນໜຶ່ງ ໂດຍອ້າງວ່າຝ່າຍລາວປະຕິເສດທີ່ຈະຮັບເອົາບຸກຄົນທີ່ໜີເຂົ້າເມືອງຢ່າງຜິດກົດໝາຍຈາກສະຫະລັດກັບຄືນປະເທດ.

ໂດຍແຈ້ງການດັ່ງກ່າວໄດ້ປະກາດອອກມາໃນວັນທີ 10 ກໍລະກົດທີ່ຜ່ານມາ ໃນເວັບໄຊຂອງກະຊວງການຕ່າງປະເທດຂອງ ສປປ ລາວ ໂດຍມີເນື້ອໃນສະແດງຄວາມຜິດຫວັງຕໍ່ມາດຕະການດັ່ງກ່າວ ລະບຸວ່າ:

“ເພື່ອເປັນການຕອບສະໜອງຕາມໜັງສືແຈ້ງການຈາກທາງສະຫະລັດອາເມລິກາເລກທີ 18-720/CONS, ລົງວັນທີ 9 ກໍລະກົດ 2018, ກ່ຽວກັບກໍລະນີການງົດອອກວີຊາແກ່ພົນລະເມືອງລາວຈຳນວນໜຶ່ງ, ທາງລັດຖະບານລາວຂໍສະແດງຄວາມຜິດຫວັງຕໍ່ກັບມາດຕະການຂວໍ້າບາດວີຊາດັ່ງກ່າວຂອງລັດຖະບານສະຫະລັດຕໍ່ກັບປະເທດລາວ ໂດຍອ້າງວ່າ “ບໍ່ໄດ້ຮັບການຮ່ວມມືຢ່າງເໝາະສົມຈາກທາງລັດຖະບານລາວໃນການອອກເອກະສານ ແລະ ອຳນວຍຄວາມສະດວກໃຫ້ແກ່ບຸກຄົນທີ່ທາງສະຫະລັດອ້າງວ່າເປັນພົນລະເມືອງຂອງລາວ ເພື່ອມໃຫ້ເດີນທາງກັບປະເທດ ເຊິ່ງລະເມີດກົດໝາຍຂອງສະຫະລັດ ແລະ ບໍ່ມີສິດຢູ່ໃນສະຫະລັດອີກຕໍ່ໄປ”. ການດຳເນີນການທີ່ບໍ່ຕັ້ງຢູ່ໃນຫຼັກຂອງເຫດຜົນ ແລະ ບໍ່ຍຸຕິທຳນີ້ ນອກຈາກຈະເປັນສິ່ງທີ່ຮັບບໍ່ໄດ້ ແລະ ບໍ່ສ້າງສັນແລ້ວ, ຍັງອາດຈະພາໃຫ້ເກີດຜົນກະທົບທາງລົບຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນຮ່ວມມືລະຫວ່າງສະຫະລັດ ແລະ ລາວອີກດ້ວຍ.

ຄວາມຈິງທີ່ປະຕິເສດບໍ່ໄດ້ກໍຄື ນອກຈາກຄວາມຍາກລຳບາກນານາປະການ ແລະ ຂໍ້ຈຳກັດໃນການປະເຊີນໜ້າກັບບັນຫາດັ່ງກາວແລ້ວ, ລັດຖະບານລາວໄດ້ໃຫ້ຄວາມສຳຄັນ ແລະ ເສີມຂະຫຍາຍຄວາມຮ່ວມມືທີ່ເປັນໄປໄດ້ຫຼາຍທີ່ສຸດອີງຕາມຄວາມຮຽກຮ້ອງຂອງລັດຖະບານສະຫະລັດ ໂດຍວິທີການ ແລະ ຮູບການ ເຊິ່ງໄດ້ຕົກລົງຮ່ວມກັນບົນພື້ນຖານຂອງກົດໝາຍ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງຂອງ ສປປ ລາວ ພ້ອມທັງອີງໃສ່ເງື່ອນໄຂ ແລະ ຄວາມອາດສາມາດສະເພາະ. ສະນັ້ນ ລັດຖະບານລາວຈຶ່ງໄດ້ສ້າງຕັ້ງຄະນະສະເພາະກິດ ເຊິ່ງນຳໂດຍຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເພື່ອຮັບຜິດຊອບປະສານງານກັບຝ່າຍສະຫະລັດໂດຍກົງ ເພື່ອແກ້ໄຂບັນຫາການສົ່ງພົນລະເມືອງກັບປະເທດ. ປັດຈຸບັນ ມີການປຶກສາຫາລືສອງຝ່າຍໃນຫຼາຍລະດັບເພື່ອຫາລືແກ້ໄຂບັນກາກ່ຽວກັບການສົ່ງພົນລະເມືອງກັບປະເທດ. ມີການສຳພາດທາງໄກບຸກຄົນທີ່ຈະຖືກສົ່ງກັບປະເທດລາວ 10 ຄັ້ງ ໂດຍໜ່ວຍງານທີ່ກ່ຽວຂ້ອງຂອງລາວ. ຜົນທີ່ໄດ້ຮັບຈາກການຮ່ວມມືດັ່ງກ່າວກໍຄື, ມີ 3 ກໍລະນີທີ່ລັດຖະບານລາວໄດ້ຍອມຮັບເອົາ ເຊິ່ງໃນນັ້ນ 2 ຄົນໄດ້ກັບຄືນມາລາວເປັນທີ່ຮຽບຮ້ອຍແລ້ວ ແລະ ໃນຕອນນີ້ກໍມີອີກ 9 ກໍລະນີທີ່ກຳລັງພິຈາລະນາ ແລະ ຈະມີການສຳພາດເຊິ່ງຈະຈັດຂຶ້ນໃນວັນທີ 27 ກໍລະກົດ 2018 ນີ້.

ຕໍ່ກັບບັນຫາຂ້າງເທິງ, ມາດຕະການທີ່ບໍ່ມີເຫດຜົນຂອງລັດຖະບານສະຫະລັດດັ່ງກ່າວຈະບໍ່ເປັນປະໂຫຍດຕໍ່ການພົວພັນຮ່ວມມືຂອງສອງຝ່າຍເຊິ່ງຈະມີການຍົກລະດັບໃນອະນາຄົດ. ກົງກັນຂ້າມ, ມາດຕະການນີ້ອາດສ້າງຜົນເສຍເຖິງການພົວພັນຮ່ວມມືສອງຝ່າຍທີ່ມີຢູ່ແລ້ວລະຫວ່າງລາວ ແລະ ສະຫະລັດ ໃນຂະແໜງການອື່ນໆ. ດ້ວຍເຫດນີ້, ລັດຖະບານສະຫະລັດຄວນເລັ່ງພິຈາລະນາລຶບລ້າງມາດຕະການດັ່ງກ່າວທີ່ມີຕໍ່ ສປປ ລາວ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງຝ່າຍ ແລະ ປະຊາຊົນຂອງສອງປະເທດ.

ລັດຖະບານລາວ ເຊິ່ງຍຶດໝັ້ນຕໍ່ນະໂຍບາຍສ້າງຄວາມສາມັກຄີ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ໄດ້ຮັບໝາກຜົນກັບສະຫະລັດມາໂດຍຕະຫຼອດ ພ້ອມທີ່ຈະສືບຕໍ່ດຳເນີນງານກັບລັດຖະບານສະຫະລັດ ເພື່ອເປົ້າໝາຍທີ່ມີຮ່ວມກັນ ລວມທັງບັນຫາດັ່ງກ່າວ. ໃນຂະນະດຽວກັນ, ລັດຖະບານລາວກໍຫວັງວ່າຈະມີການເຄື່ອນໄຫວໃນທາງບວກ ແລະ ສ້າງສັນຈາກທາງລັດຖະບານສະຫະລັດ ຕໍ່ກັບມາດຕະການພຽງຝ່າຍດຽວຕໍ່ກັບບັນຫາດັ່ງກ່າວນີ້.”

 

ຂໍ້ມູນ : ກະຊວງການຕ່າງປະເທດ ແລະ Sengaloun Sayalath

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...