6 ຊີວິດໝູປາອະຄາເດມີອອກຈາກຖ້ຳຫຼວງ 3 ຄົນທຳອິດຮອດໂຮງໝໍແລ້ວ

ຊ່ວງຫົວຄ່ຳຂອງວັນທີ 8 ກໍລະກົດ 2018 ມີລາຍງານວ່າເຈົ້າໜ້າທີ່ໄດ້ນຳ 3 ຊີວິດທີມໝູປ່າອະຄາເດມີ ອອກຈາກຖ້ຳຫຼວງຈຸນນ້ຳນາງນອນ ແລ້ວ ໃນເວລາ 19.35 ນາທີ. ແລ້ວນຳສົ່ງໄປທີ່ໂຮງໝໍຊຽງລາຍປະຊານຸເຄາະ ທ່າມກາງກະແສຂ່າວລືຕອນນີ້ວ່າສາມາດນຳຕົວອອກມາໄດ້ແລ້ວ 6 ຄົນ ໂດຍບໍລິເວນໜ້າໂຮງໝໍຊຽງລາຍປະຊານຸເຄາະ ໄດ້ມີການຈັດສັນພື້ນທີ່ ກຽມນຳທັງໝົດເຂົ້າຫ້ອງປົດເຊື້ອ ຊັ້ນ 8 ຕຶກອຸບັດຕິເຫດສຸກເສີນ.

ຢ່າງໃດກໍ່ຕາມໃນຂະນະນີ້ທຸກພາກສ່ວນຍັງຖ້າຟັງຖະແຫຼງການຢ່າງເປັນທາງການຈາກທ່ານ ນະລົງສັກ ໂອສົດທະນາກອນ ຜູ້ວ່າພະເຍົາ ໃນຖານະຜູ້ບັນຊາການສູນອຳນວຍການຮ່ວມຄົ້ນຫາຜູ້ສູນຫາຍໃນຄ່ຳຄືນນີ້.