ສຸດເສົ້າ! ເຈົ້າໜ້າທີ່ “ຊິລ” ເສຍຊີວິດ 1 ຄົນໃນຖ້ຳຫຼວງຂະນະປະຕິບັດໜ້າທີ່

ເມື່ອວັນທີ 6 ກໍລະກົດ 2018 ແຫລ່ງຂ່າວຈາກທີມຄົ້ນຫາໝູປ່າ ລະບຸວ່າ ຂະນະນີ້ທາງ “ຈ່າເອກ ສະມານ ກຸນັນ” ໜ່ວຍຊິລ ໄດ້ເສຍຊີວິດເນື່ອງຈາກດຳນ້ຳດົນ ແລະ ໝົດສະຕິ ໃນຂະນະປະຕິບັດພາລະກິດລຳລຽງຖັງອາກາດ ຈາກໂຖງ 3 ໄປສາມແຍກ

ທັງນີ້ ຈ່າເອກ ສະມານ ກຸນັນ  ໄວອາຍຸ 38 ປີ ເປັນນັກທຳລາຍໃຕ້ນ້ຳ ລຸ້ນທີ 30 ແລະ ໄດ້ລາອອກຈາກຣາຊະການໄປເຮັດວຽກໃນຕຳແໜ່ງເຈົ້າໜ້າທີ່ຕະເວນລະງັບເຫດການ ທີ່ສະໜາມບິນສຸວັນນະພູມ ຕັ້ງແຕ່ປີ 2006 ເປັນສະມາຊິກນັກທຳລາຍໃຕ້ນ້ຳຈູ່ໂຈມທີ່ີຄວາມສາມາດ

ຈ່າເອກ ສະມານ ເຂົ້າປະຕິບັດພະລາກິດຊ່ວຍ 13 ຊີວິດຕິດຖ້ຳຫຼວງ ເມື່ອວັນທີ 5 ກໍລະກົດ 2018 ໃນການລຳລຽງຖັງອາກາດ ຈາກໂຖງ 3 ໄປທີ່ຈຸດຕ່າງໆບໍລິເວນ 3 ແຍກ ເລີ່ມດຳນ້ຳເມື່ອເວລາ 20.37 ນາທີ ເມື່ອສຳເລັດພາລະກິດ ຂະນະດຳນ້ຳກັບ ໄດ້ໝົດສະຕິໃນນ້ຳ ຄູ່ດຳນ້ຳໄດ້ເຮັດການປະຖົມພະຍາບານ (CPR) ແຕ່ບໍ່ໄດ້ສະຕິ ຈຶ່ງນຳກັບມາທີ່ໂຖງສາມເພື່ອປະຖົມພະຍາບານອີກຄັ້ງ ແຕ່ຈ່າເອກ ສະມານກໍ່ບໍ່ໄດ້ສະຕິ ແລະ ເສຍຊີວິດລົງໃນເວລາປະມານ 01:00ນາທີ ດັ່ງນັ້ນຈິ່ງໄດ້ນຳຮ່າງອອກມາໜ້າຖ້ຳ ແລະ ສົ່ງໄປທີ່ໂຮງໝໍ ຄ້າຍພະຍາເມັງລາຍມະຫາຣາຊ