ຈີນເຕືອນພົນລະເມືອງເພີ່ມຄວາມລະວັງໃນການເຂົ້າສະຫະລັດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 3 ກໍລະກົດ 2018ວ່າ ກົງສູນຈີນປະຈຳນະຄອນຫຼວງວໍຊິງຕັນອອກຖະແຫຼງການເມື່ອວັນອັງຄານ ເຕືອນພົນລະເມືອງຂອງຕົນເອງໃນການເດີນທາງເຂົ້າມາທ່ອງທ່ຽວ ແລະ ໃຊ້ຊີວິດໃນສະຫະລັດ ເນື່ອງຈາກເປັນປະເທດທີ່ມີລະບົບຄວາມປອດໄພສາທາລະນະບໍ່ດີປານໃດ ມີການຍິງ ການຈີ້ປົ້ນ ແລະ ການລັກເລັກຂະໂມຍນ້ອຍ ຍັງຄົງເປັນຄະດີອາຊະຍາກຳທີ່ເກີດຂຶ້ນເປັນປະຈຳ ຊາວຈີນຈິ່ງເພີ່ມຄວາມລະວັງກັບສິ່ງແວດ ລ້ອມຮອບຕົວ ແລະ ບຸກຄົນທີ່ມີພຶດຕິກຳໜ້າສົງໃສ ຮວມເຖິງຫຼີກລ່ຽງການເດີນທາງຄົນດຽວໃນຍາມຄ່ຳຄືນ

ຂະນະດຽວກັນ ຖະແຫຼງການຂອງກົງສູນຈີນ ຍັງເຕືອນເລື່ອງການເພີ່ມຄວາມຮອບຄອບໃນການກວດສອບໃບແຈ້ງຄ່າທຳນຽມການຮັກສາໃນໂຮງໝໍອາດ “ແພງເກີນຄວາມເປັນຈິງ” ການກວດຄົ້ນຈາກເຈົ້າໜ້າທີ່ດ່ານ ແລະ ການສໍ້ໂກງດ້ານການສື່ສານໂທລະຄົມມະນາຄົມ ນອກເໜືອຈາກການເຄີຍອອກປະກາດເຕືອນໄພຄວາມສ່ຽງກ່ຽວກັບໄພທຳມະຊາດ ເມື່ອເດືອນມີນາທີ່ຜ່ານມາ.