Homeຂ່າວທ້ອງຖິ່ນມື້ສຸດທ້າຍແລ້ວ! ໃນການເສຍຄ່າທຳນຽມທາງ ຖ້າເກີນກຳນົດແມ່ນຖືກໃໝມື້ລະ 0.1% ຂອງມູນຄ່າ

ມື້ສຸດທ້າຍແລ້ວ! ໃນການເສຍຄ່າທຳນຽມທາງ ຖ້າເກີນກຳນົດແມ່ນຖືກໃໝມື້ລະ 0.1% ຂອງມູນຄ່າ

Published on

ການຈ່າຍຄ່າທຳນຽມທາງປະຈຳປີ 2018 ແມ່ນເປີດໃຫ້ຈ່າຍມາຕັ້ງແຕ່ຕົ້ນປີແລ້ວ ຖ້າຈ່າຍບໍ່ທັນຕາມກຳນົດເວລາກໍຈະຖືກປັບໃໝຕາມທີ່ກະຊວງການເງິນວາງອອກ. ກຳນົດເວລາທີ່ສາມາດຈ່າຍຊ້າສຸດແມ່ນກ່ອນວັນທີ 1 ກໍລະກົດ 2018 ນີ້ ເຊີ່ງນັບຕັ້ງແຕ່ມື້ນີ້ໄປຈົນຮອດຕົ້ນເດືອນ ກໍລະກົດ ທ່ານຍັງເຫລືອເວລາໃນການຈ່າຍພຽງແຕ່ 1 ມື້ເທົ່ານັ້ນ.

ອີງຕາມລັດຖະບັນຍັດເລກທີ 001/ປປທ ວ່າດ້ວຍຄ່າທຳນຽມທາງ, ລົງວັນທີ 20 ກັນຍາ 2017 ລະບຸກ່ຽວກັບປະເພດລົດທີ່ຕ້ອງເສຍຄ່າທຳນຽມທາງດັ່ງນີ້:

+ ສຳລັບປະເພດລົດທີ່ໄດ້ຮັບການຍົກເວັ້ນໂດຍການບໍ່ໄດ້ເສຍຄ່າທຳນຽມທາງແມ່ນປະເພດ:
• ລົດທີ່ຮັບໃຊ້ວຽກງານວິຊາສະເພາະຂອງອົງການຈັດຕັ້ງບໍລິຫານລັດ-ວິຊາການ (ປ້າຍຟ້າ).
• ລົດຮັບໃຊ້ສະມາຄົມ, ມູນນິທິ ທີ່ເຄື່ອນໄຫວຮັບໃຊ້ວຽກງານຊ່ວຍເຫຼືອສັງຄົມ ເຊິ່ງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ
ເຊັ່ນ: ລົດກູ້ໄພ.
• ລົດຮັບ-ສົ່ງຄົນເຈັບຂອງໂຮງໝໍ, ລົດດັບເພີງ, ລົດຖ່າຍທອດວິທະຍຸ, ໂທລະພາບ ແລະ ລົດຮັບໃຊ້ລວມຂອງສູນເສຍອົງຄະ.
• ລົດຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປ້າຍແດງ).
• ລົດກົນຈັກໜັກເຊັ່ນ: ລົດຕັກ, ລົດດຸດ, ລົດກວາດ, ລົດຍົກ, ລົດໂລ ແລະ ລົດຂົນສົ່ງພາກສະະໜາມໃນໂຄງການກໍ່ສ້າງ.
• ລົດຂອງສະຖານທູດ, ສະຖານກົງສຸນ, ອົງການຈັດຕັ້ງຕ່າງປະເທດ ທີ່ປະຈຳຢູ່ ສປປ ລາວ.
• ຍານພາຫະນະຮັບໃຊ້ຜູ້ເສຍອົງຄະ ແລະ ຄົນພິການໂດຍສະເພາະ.

ຖ້າຫາກທ່ານແມ່ນຫນື່ງໃນຜູ້ທີ່ຍັງບໍ່ທັນໄປຊໍາລະພັນທະ ທາງເຮົາຂໍແນະນຳໃຫ້ຮີບຮ້ອນໄປຈ່າຍໃຫ້ທັນຕາມເວລາ ເພາະທ່ານຈະຖືກປັບໃໝຕາມມາຕະການ 0.1% ຂອງມູນຄ່າຕໍ່ມື້.

ຕົວຢ່າງ: ຖ້າທ່ານເປັນເຈົ້າຂອງລົດກະບະທີ່ມີຄວາມແຮງ 5,001 cc ຂຶ້ນໄປ ຕ້ອງໄດ້ຊໍາລະຄ່າທຳນຽມທາງ 500.000 ກີບ/ປີ ຕາມມູນຄ່າທ່ານຈະຖືກປັບໃໝ ມື້ລະ 500 ກີບ, ຖ້າເກີນກຳນົດ 30 ວັນ ຫລື 1 ເດືອ ແມ່ນຈະຖືກປັບໃໝ 15.000 ກີບ/ເດືອນ ແລະ ປີໜຶ່ງ ຫລື 365 ວັນ ກໍຈະຕົກເປັນມູນຄ່າ 182.500 ກີບ/ປີ ຖືວ່າເປັນຈຳນວນທີ່ຫຼາຍພໍສົມຄວນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກທ່ານໃຫ້ຮີບຮ້ອນຊໍາລະໃຫ້ແລ້ວກ່ອນຈະຖຶກທາງເຈົ້າຫນ້າທີ່ປັບໃໝ.

 

 

 

 

 

ແຫລ່ງຂ່າວ: Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...