Homeຂ່າວເຫດການຈັບໜຸ່ມຫຼໍ່ ອວດກິນສັດປ່າຫວງຫ້າມ ໂດຍການລົງສື່ສັງຄົມອອນລາຍໄດ້ແລ້ວ

ຈັບໜຸ່ມຫຼໍ່ ອວດກິນສັດປ່າຫວງຫ້າມ ໂດຍການລົງສື່ສັງຄົມອອນລາຍໄດ້ແລ້ວ

Published on

ຈາກກໍລະນີທີ່ມີຜູ້ໃຊ້ເຟສບຸກຊື່ວ່າ ໄພບູນ ທຳມະວົງ ໂພສຮູບພາບໂຕຄຸ່ງ ຫຼື ທະນີແກ້ມຂາວ ເປັນໜຶ່ງໃນສັດປ່າບັນຊີຫວງຫ້າມທີ່ໃກ້ສູນພັນ ໂດຍການເຮັດເປັນເມນູອາຫານ ແລ້ວໂພສລົງສື່ສັງຄົມອອນລາຍໃນວັນທີ 12 ພຶດສະພາ 2024 ຜ່ານມາພ້ອມເນື້ອໃນລະບຸວ່າ: ບຸນປາກແລ້ວມື້ນີ້ ສ່ຽວໄດ້ໂຕຄຸ່ງ ຫຼັງຈາກທີ່ໄດ້ໂພສໄປໃນສື່ສັງຄົມອອນລາຍກໍເກີດກະແສວິພາກວິຈານ ແລະ ຄົນເຂົ້າໄປສະແດງຄວາມຄິດເຫັນເປັນຈຳນວນຫຼາຍ.

ທ່ານ ອິນທີ ເດືອນສະຫວັນ ຜູ້ບຸກເບີກການທ່ອງທ່ຽວແບບຜະຈົນໄພ ,ການທ່ອງທ່ຽວອະນຸລັກ ແລະ ປຸກລະດົມການປົກປັກຮັກສາສິ່ງແວດລ້ອມ ໄດ້ອອກມາໂພສ ສະແດງຄວາມຄິດເຫັນຕໍ່ເຫດການດັ່ງກ່າວວ່າ: ເປັນພາບທີ່ຜິດຫວັງທີ່ສຸດແຫ່ງປີ, ພວກເຮົາທີມງານພູຜາມ່ານ, ຫ້ອງການກະສິກຳເມືອງຄູນຄຳ, ອາສາສະມັກຈາກສີ່ບ້ານ (ບ້ານຄູນເງິນ, ບ້ານ ພູໝາກແໜ່ງ, ບ້ານຄູນແກ້ວ, ບ້ານຄູນຄຳ) ເຮັດວຽກອະນຸລັກ (ລາດຕາເວນ, ເຜີຍແຜ່ກົດໝາຍ, ປູກຈິດສຳນຶກ… ສ້າງກິດຈະກຳເພື່ອສົ່ງເສີມຄວາມເຂັ້ມແຂງໃນການສ້າງເສດທະກິດບ້ານ) ການຊ່ວຍດຶງດູດນັກທ່ອງທ່ຽວ, ບໍ່ວ່າຈະເປັນການໃຫ້ວຽກເຮັດງານທຳແກ່ລູກຫຼານ, ການອຸດໜູນຜະລິດທະພັນຈາກບ້ານ, ການສ້າງໂອກາດທາງສ້າງເສດຖະກິດ ແລະ ທີ່ແນ່ໆ ການທີ່ພວກເຮົາຊ່ວຍກັນອະນຸລັກ ແມ່ນຈະສາມາດສ້າງຜົນປະໂຫຍດໄລຍະຍາວໃຫ້ແກ່ລູກຫຼານ).ແຕ່ມີຄົນກຸ່ມໜຶ່ງທີ່ບໍ່ໄດ້ສົນໃຈໃນການທີ່ຈະລະເມີດກົດຫມາຍໃນການລ່າ, ຂ້າ, ຂາຍ, ບໍລິໂພກ… ເຫັນແລ້ວທໍ້ໃຈອີ່ຫຼີ.

ຫຼ້າສຸດ, ອີງຕາມເພຈ ວິທະຍາຄານຕໍາຫຼວດປະຊາຊົນ ລາຍງານໃນວັນທີ 15 ພຶດສະພາ 2024 ຜ່ານມານີ້ວ່າ: ຫນ່ວຍງານປ່າໄມ້ ເມືອງຄູນຄຳ ຮ່ວມກັບອຳນາດການປົກຄອງບ້ານ ( ຄູນຄຳ, ຄູນເງີນ, ຄູນແກ້ວ, ພູຫມາກແຫນ່ງ) ລົງຕິດຕາມຈັບຕົວທ້າວໄພບູນ ທຳມະວົງ ໄດ້ແລ້ວໂດຍຜູ້ກ່ຽວເປັນປະຊາຊົນບ້ານພູຫມາກແຫນ່ງທີ່ລັກລອບລ່າ, ສັດປ່າຫວງຫ້າມ ທີ່ໄດ້ໂພສລົງເຟສບຸກສ່ວນຕົວແບບທ້າທາຍ ເຊີ່ງເປັນຄວາມຜິດອັນຮ້າຍແຮງ.

ຕໍ່ກັບຂໍ້ຜິດພາດນີ້ຈະເປັນບົດຮຽນໃຫ້ແກ່ຜູ້ທີ່ເຄີຍລ່າຜ່ານມາກ່ອນ ຫຼື ຄິດທີ່ຈະລ່າໃຫ້ຢຸດເຊົາ ປ່ຽນແນວຄິດໃຫມ່ຈະດ້ວຍເຫດຜົນໃດກໍ່ຕາມ ສຸດທ້າຍນີ້, ຂໍໃຫ້ພວກເຮົາທຸກຄົນຊ່ວຍກັນປົກປັກຮັກສາສັດປ່າທີ່ໃກ້ຈະສູນພັນ, ເພື່ອຜົນປະໂຫຍດໂດຍລວມບໍ່ວ່າຈະແມ່ນທາງຕົງຫຼື ທາງອ້ອມ ເພາະປະເທດລາວອຸດົມສົມບູນໄປດ້ວຍອາຫານທີ່ເຮົາສາມາດລ້ຽງ, ປູກ, ເພາະພັນເອງໄດ້ໂດຍທີ່ບໍ່ຕ້ອງເຂົ້າໄປລ່າສັດປ່າທີ່ຫວງຫ້າມ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...