Homeຂ່າວຕ່າງປະເທດສຸດເສົ້າພິທີເພີງສົບ "ໝ່ອມອຸ໊ກ ພັລລາ" ເຜີຍ! ສົມເດັດຣົນນະລິດຍັງບໍ່ຮູ້ຊາຍາເສຍຊີວິດ

ສຸດເສົ້າພິທີເພີງສົບ “ໝ່ອມອຸ໊ກ ພັລລາ” ເຜີຍ! ສົມເດັດຣົນນະລິດຍັງບໍ່ຮູ້ຊາຍາເສຍຊີວິດ

Published on

ເມື່ອວັນທີ 20 ມິຖຸນາ 2018 ສື່ຕ່າງປະເທດ ແລະ ເວັບໄຊ Khmertimeskh ສື່ໃນກຳປູເຈຍລາຍງານພິທີປັດສະນະກິດສົບຂອງ ໝ່ອມອຸ໊ກ ພັລລາ ໄວອາຍຸ 39ປີ ຊາຍາຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ໄດ້ຖືກນຳໄປປະກອບພິທີວາງເພີງສົບທີ່ ວັດໂບຕຸມ ໃນນະຄອນຫຼວງພະນົມເປນ ທ່າມກາງບັນຍາກາດທີ່ໂສກເສົ້າ

ຂ່າວແຈ້ງວ່າ ໝ່ອມເຈົ້ານະໂຣດົມ ສຸທາທີ ໂອຣົດອົງທຳອິດຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ກັບ ໝ່ອມອຸ໊ກ ພັລລາ ໄດ້ບວດເພື່ອອຸທິດສ່ວນກຸສົນໃຫ້ແກ່ຜູ້ເປັນແມ່ ແລະ ຮ່ວມຍ່າງນຳໜ້າຂະບວນສົບ ເພື່ອປະກອບພິທີພຣະຣາຊທານເພີງສົບ ໂດຍມີແກນນຳ ແລະ ສະມາຊິກພັກຟຸນຊິນເປກຈຳນວນຫຼາຍມາຮ່ວມໃນພິທີ ພ້ອມກັບສະມາຊິກໃນຄອບຄົວຂອງໝ່ອມອຸ໊ກ ພັລລາ ທີ່ຢູ່ໃນຄວາມເສົ້າໂສກ ໃນຂະນະທີ່ພຣະບາດສົມເດັດພຣະບຣົມມະນາດນະໂຣດົມ ສີໜຸນີ ຊົງພຣະກະລຸນາໂປຣດເກົ້າໃຫ້ ສົມເດັດພຣະມະເຫສວນນະໂຣດົມ ຈັກກະພົງ ພຣະເສດຖາຕ່າງມານດາ ເປັນຜູ້ແທນພຣະອົງຈູດໄຟເຜົາໝ່ອມອຸ໊ກ ພັລລາ ເມື່ອເວລາ 09.00ໂມງຂອງຕອນເຊົ້າວັນພຸດທີ 20 ມິຖຸນາ 2018

ແຫລ່ງຂ່າວຍັງເປີດເຜີຍວ່າ ໝ່ອມອຸ໊ກ ພັລລາ ກັບ ສົມເດັດກົມພຣະນະໂຣດົມ ຣົນນະລິດມີໂອຣົດນຳກັນ 2 ພຣະອົງ ແລະ ໄດ້ລົງສະໝັກຮັບເລືອກຕັ້ງ ສສ ໃນແຂວງ ໄພຣແວງ ໃນການເລືອກຕັ້ງທົ່ວປະເທດຂອງກຳປູເຈຍ ທີ່ຈະມີຂຶ້ນໃນວັນທີ 29 ກຳລະກົດ2018 ໂດຍຮອງປະທານພັກຟຸນຊິນເປກ ໄດ້ໃຫ້ສຳພາດກັບນັກຂ່າວວ່າ ອາການບາດເຈັບຂອງພຣະອົງແມ່ນດີຂຶ້ນ ແຕ່ໃນຂະນະນີ້ ສົມເດັດກົມພຣະນະໂຣດົມ ຣົນນະລິດ ຍັງບໍ່ທັນຮູ້ວ່າ ໝ່ອມອຸ໊ກ ພັລລາ ຊາຍາຂອງພຣະອົງເສຍຊີວິດ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...