Homeຂ່າວຕ່າງປະເທດພຣະນະໂຣດົມ ຣົນນະລິດອາການບາດເຈັບຄົງທີ່ ພຣະຣາຊວັງກຳປູເຈຍຈັດພິທີງານສົບແບບລຽບງ່າຍ

ພຣະນະໂຣດົມ ຣົນນະລິດອາການບາດເຈັບຄົງທີ່ ພຣະຣາຊວັງກຳປູເຈຍຈັດພິທີງານສົບແບບລຽບງ່າຍ

Published on

ຕາມລາຍງານລະບຸວ່າ ສົມເດັດກົມພຣະນະໂຣດົມ ຣົນນະລິດ ຍັງມີສະຕິ ແລະ ສາມາດສົນທະນາໄດ້ຕາມປົກກະຕິ ເຊິ່ງອາການບາດເຈັບຂອງພຣະອົງແມ່ນກະດູກຂ້າງຫັກຫຼາຍຊີ່ ກະດູກນ່ອງດ້ານຊ້າຍຫັກ ໂດຍທາງຄະນະແພດຂອງໂຮງໝໍແຫ່ງໜຶ່ງໃນພະນົມເປນ ໄດ້ຖວາຍການຮັກສາ ແລະ ໄດ້ນຳສົ່ງພຣະອົງຂຶ້ນທ້ຽວບິນພິເສດມາຮັກສາທີ່ໂຮງໝໍໃນກຸງເທບ ປະເທດໄທ ເມື່ອຊ່ວງຮຸ່ງເຊົ້າຂອງວັນທີ 18 ມິຖຸນາ 2018 ຕາມເວລາທ້ອງຖິ່ນ

ດ້ານຕຳຫຼວດກຳປູເຈຍໄດ້ເປີດເຜີຍວ່າ ຄົນຂັບລົດແທັກຊີຄັນກໍ່ເຫດນັ້ນມີຊື່ວ່າ ທ້າວ ວັລ ສາເຣດ ອາຍຸ 34 ປີ ໂດຍຜູ້ກ່ຽວໄດ້ຮັບບາດເຈັບເລັກໜ້ອຍ ແລະ ໄປຮັກສາຕົວທີ່ຄຣີນິກແຫ່ງໜຶ່ງ ເຊິ່ງໃນຂະນະນີ້ໄດ້ຖືກຄວບຄຸມຕົວໄວ້ແລ້ວ

ສ່ວນທາງສຳນັກພຣະຣາຊວັງກຳປູເຈຍ ໄດ້ອອກຖະແຫຼງການເປັນເຈົ້າພາບໃນການຈັດພິທີງານສົບແບບລຽບງ່າຍໃຫ້ກັບໝ່ອມອຸ໊ກ ພັລລາ ໄວອາຍຸ 39ປີ ທີ່ວັດແຫ່ງໜຶ່ງໃນນະຄອນຫຼວງພະນົມເປນແລ້ວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...