spot_img
Homeຂ່າວຕ່າງປະເທດເກີດເຫດແຜ່ນດິນໄຫວທີ່ເມືອງ ໂອຊາກາ ຂອງຍີ່ປຸ່ນ ຂະຫນາດ 5,3 ໃນເວລາ 6 ໂມງເຊົ້າ ຕາມເວລາທ້ອງຖີ່ນ

ເກີດເຫດແຜ່ນດິນໄຫວທີ່ເມືອງ ໂອຊາກາ ຂອງຍີ່ປຸ່ນ ຂະຫນາດ 5,3 ໃນເວລາ 6 ໂມງເຊົ້າ ຕາມເວລາທ້ອງຖີ່ນ

Published on

ສຳນັກງານທໍລະນີວິທະຍາສາດສະຫະລັດ ແຈ້ງໄພພິບັດທາງທຳມະຊາດແຜ່ນດິນໄຫວຂະຫນາດການສັ່ນສະເທືອນຄວາມແຮງ 5,3 ໃນເມືອງໂອຊາກາ, ປະເທດຍີ່ປຸ່ນ ຂະນະທີ່ສຳນັກງານທໍລະນີວິທະຍາຂອງຍີ່ປຸ່ນກວດວັດຄວາມແຮງສັ່ນສະເທືອນໄດ້ຂະຫນາດ 5,9 ເບື້ອງຕົ້ນ ພົບຄວາມເສຍຫາຍເລັກນ້ອຍຕາມສະຖານີລົດໄຟ ລົດໄຟທີ່ແລ່ນຢູ່ຕ້ອງໄດ້ຢຸດໃຫ້ບໍລິການຊົ່ວຄາວ ເຮັດໃຫ້ເກີດຄວາມລ່າຊ້າໃນການສັນຈອນ ນອກຈາກນີ້ແຮງສັ່ນສະເທືອນຍັງເຮັດໃຫ້ທໍ່ນໍ້າປະປາແຕກ ໃນເຂດທາຄາສຶກິ ເຈົ້າຫນ້າທີ່ແມ່ນເລັ່ງຕິດຕາມແກ້ໄຂຢ່າງໃກ້ຊິດ.

ສ່ວນສຳນັກອຸຕຸນິຍົມວິທະຍາຍີ່ປຸ່ນປັບຕົວເລກແຜ່ນດິນໄຫວຈາກ 5,9 ເປັນ 6,1 ຂະນະທີ່ສຳນັກສຳຫລວດທໍລະນີວິທະຍາສະຫະລັດລາຍງານຕົວເລກແຜ່ນດິນໄຫວທີ່ 5.3 ເກີດຂື້ນເມື່ອເວລາ 7:58 ນາທີ ມື້ນີ້ຕາມເວລາຍີ່ປຸ່ນ ເຊີ່ງກົງກັບເວລາ 05:58 ນາທີໃນລາວ. ສູນກາງແຜ່ນດິນໄຫວແມ່ນເລິກລົງໄປ 15,3 ແມັດ ຫ່າງຈາກເມືອງທາຄັດສືກິ ແຂວງໂອຊາກາໄປທາງໃຕ້ຄ່ອນຕາເວັນຕົກສຽງໃຕ້ພຽງ 1 ກິໂລແມັດ.

ດ້ານບໍລິສັດໄຟຟ້າຄັນໄຊແຈ້ງວ່າ ບໍ່ພົບຄວາມຜິດປົກກະຕິທີ່ໂຮງງານໄຟຟ້ານິວເຄຣຍທັງ 3 ແຫ່ງ ໃນແຂວງຟູຄູອິ ແຕ່ມີລາຍງານວ່າບ້ານເຮືອນກວ່າ 170,000 ຫລັງ ໃນແຂວງໂອຊາກາ ແລະ ແຂວງຮຽວໂງ ບໍ່ມີໄຟຟ້າໃຊ້, ງົດການໃຊ້ບໍລິການທາງລົດໄຟຊົ່ວຄາວ ເພື່ອຄວາມປອດໄພ.

ສື່ຍີ່ປຸ່ນ ASK ແລະ ສະຖານີໂທລະທັດອາຊາຮິ ຂອງເອກະຊົນລາຍງານວ່າມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ມີຜູ້ບາດເຈັບ 5 ຄົນ ຂະນະທີ່ສຳນັກຂ່າວກຽວໂດ ລາຍງານວ່າມີເດັກຜູ້ຍິງ ອາຍຸ 9 ປີ ເສຍຊີວິດຍ້ອນຕິດຢູ່ໃນກຳແພງສະລອຍນໍ້າ ທີ່ໄດ້ຮັບແຮງສັ່ນສະເທືອນຂອງແຜ່ນດິນໄຫວເຮັດໃຫ້ກຳແພງລົ້ມລົງມາທັບ.

 

 

 

 

ແຫລ່ງຂ່າວຕ່າງປະເທດ : TNA

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...