Homeຂ່າວຕ່າງປະເທດຊາວເວເນຊຸເອລາອົບພະຍົບໜີວິກິດເງິນເຟີ້ຂັ້ນຮຸນແຮງເກືອບ 1 ລ້ານຄົນ

ຊາວເວເນຊຸເອລາອົບພະຍົບໜີວິກິດເງິນເຟີ້ຂັ້ນຮຸນແຮງເກືອບ 1 ລ້ານຄົນ

Published on

ສຳນັກຂ່າວເອເອຟພີລາຍງານຈາກນະຄອນໂບກາຕາ ປະເທດ ໂຄລອມເບຍ ເມື່ອວັນທີ 14 ມິຖຸນາ 2018 ວ່າ ເຈົ້າໜ້າທີ່ສຳນັກງານຜູ້ອົບພະຍົບໂຄລອມເບຍເປີດເຜີຍເມື່ອວັນພຸດທີ່ຜ່ານມາວ່າ ຊາວເວເນຊຸເອລາໄດ້ອົບພະຍົບຂ້າມຊາຍແດນເຂົ້າສູ່ໂຄລອມມເບຍ 819.034 ຄົນ ໃນໄລຍະເວລາພຽງ 16 ເດືອນທີ່ຜ່ານມາ ໂດຍມີ 442.462 ຄົນໃນຈຳນວນດັ່ງກ່າວທີ່ໄດ້ຮັບອານຸຍາດໃຫ້ອາໃສຢູ່ໂຄລອມເບຍ ສ່ວນອີກ 376.572 ຄົນແມ່ນບໍ່ຜ່ານການກວດສອບ

ເຈົ້າໜ້າທີ່ຍັງກ່າວອີກວ່າ ຊາວໂຄລອມເບຍທີ່ອາໃສໃນເວເນຊຸເອລາ ໄດ້ອົບພະຍົບກັບຄືນປະເທດປະມານ 250.000ຄົນ ໃນໄລຍະເວລາດັ່ງກ່າວ

ຈຳນວນຜູ້ອົບພະຍົບອອກຈາກເວເນຊູເອລານັບວ່າເປັນຕົວເລກທີ່ສູງເປັນປະຫວັດສາດຂອງໂຄລອມເບຍ ຍ້ອນເວເນຊູເອລາກຳລັງພົບກັບວິກິດເງິນເຟີ້ຢ່າງຮຸນແຮງ ສົ່ງຜົນໃຫ້ເກີດພາວະຂາດເຂີນທາງດ້ານອາຫານ ແລະ ຢາຮັກສາໂຣກ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...