Homeຂ່າວຕ່າງປະເທດສະຫະລັດຂຶ້ນບັນຊີດຳຫົວໜ້າໜ່ວຍງານອາລັກຂາ "ຮຸນເຊັນ"

ສະຫະລັດຂຶ້ນບັນຊີດຳຫົວໜ້າໜ່ວຍງານອາລັກຂາ “ຮຸນເຊັນ”

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ພະນົມເປນ ປະເທດ ກຳປູເຈຍ ເມື່ອວັນທີ 13 ມິຖຸນາ ວ່າ ກະຊວງການເງິນຂອງສະຫະລັດອອກຖະແຫຼງການເມື່ອວັນອັງຄານວ່າ ໄດ້ຂຶ້ນບັນຊີດຳ ຫົວໜ້າໜ່ວຍອາລັກຂານາຍົກລັດຖະມົນຕີ ກຳປູເຈຍ ເນື່ອງຈາກເປັນບຸກຄົນທີ່ “ມີສ່ວນກ່າວຂ້ອງໂດຍກົງກັບການລະເມີດສິດທິມະນຸດຂັ້ນຮ້າຍແຮງ” ນີ້ຖືເປັນຄັ້ງທຳອິດທີ່ລັດຖະບານວໍຊິງຕັນໃຊ້ມາດຕະການຂວ້ຳບາດທາງເສດຖະກິດຢ່າງເປັນທາງການຕໍ່ບຸກຄົນເຊິ່ງຖືວ່າເປັນສ່ວນໜຶ່ງໃນ “ກຸ່ມຄົນວົງໃນ” ຂອງລັດຖະບານພະນົມເປນ

ຖະແຫຼງການຂອງກະຊວງການເງິນສະຫະລັດລະບຸວ່າ ການຂຶ້ນບັນຊີດຳຕໍ່ ພົນເອກ ບຸນຮຽນ ເປັນໄປຕາມກົດໝາຍແມກນິດສກີ ສະບັບປີ 2012 ເປັນມາດຕະການຕອບໂຕ້ບຸກຄົນທີ່ຄໍຣັບຊັ່ນ ແລະ ລະເມີດສິດທິມະນຸດຂອງພົນລະເມືອງໃນປະເທດຕົວເອງ “ຢ່າງຮ້າຍແຮງ” ໂດຍຂອບເຂດຂອງການກົດດັນຮວມເຖິງການຢຶດຊັບສິນຂອງ ພົນເອກ ບຸນເຮືອງ ທີ່ມີຢູ່ສະຫະລັດ ແລະ ການຫ້າມບຸກຄົນສັນຊາດອາເມລິກາເຮັດທຸລະກຳໃດໆກັບເຈົ້າໜ້າທີ່ຜູ້ນີ້ເດັດຂາດ

ຂະນະທີ່ສຳນັກງານນາຍົກລັດຖະມົນຕີກຳປູເຈຍອອກຖະແຫຼງການປະນາມການອອກມາດຕະການດັ່ງກ່າວຂອງລັດຖະບານວໍຊິງຕັນວ່າ “ບໍ່ມີເຫດຜົນ” ແລະ “ບໍ່ມີຫຼັກຖານຊັດເຈນ”

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...