Homeຂ່າວພາຍ​ໃນແມວທຳນາຍເລືອກ "ຣັດເຊຍ" ຊະນະຄູ່ເປີດສະໜາມບານໂລກ 2018

ແມວທຳນາຍເລືອກ “ຣັດເຊຍ” ຊະນະຄູ່ເປີດສະໜາມບານໂລກ 2018

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ເຊນປີເຕີສ໌ເບຣິກ ປະເທດ ຣັດເຊຍ ເມື່ອວັນທີ 13 ມິຖຸນາ 2018 ວ່າ “ອະຄິລິສແມວຫູໜວກ” ເຊິ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນແມວຜູ້ທຳນາຍຜົນການແຂ່ງຂັນບານໂລກ 2018 ທີ່ປະເທດຣັດເຊຍ ເຊິ່ງກຳນົດເປີດສະໜາມໃນວັນພະຫັດທີ 14 ມິຖຸນາ 2018 ນີ້ ເປັນຄູ່ທຳອິດລະຫວ່າງເຈົ້າພາບຣັດເຊຍ ກັບ ຊາອຸດິອາຣະເບຍ ໃນກຸ່ມເອ ທີ່ສະໜາມລຸຊນີກີ ສະເຕດຽມທີ່ ນະຄອນຫຼວງ ມອສໂກ ເຊິ່ງແມວ ອະຄິລິສ ໄດ້ເລືອກທຳນາຍດ້ວຍການກິນອາຫານໃນຖ້ວຍທີ່ມີທຸງຊາດຣັດເຊຍ ສະແດງວ່າມັນທຳນາຍວ່າ ຣັດເຊຍຈະເປັນຝ່າຍຊະນະໃນນັດເປີດສະໜາມ

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...