Homeຂ່າວທ້ອງຖິ່ນສະພາຄົ້ນຄວ້າເລື່ອງລາຄານ້ຳມັນ! ລັດອາດຈົກເງິນຄັງສຳຮອງອອກມາແຊກແຊງເພື່ອແບ່ງເບົາຊົ່ວຄາວ

ສະພາຄົ້ນຄວ້າເລື່ອງລາຄານ້ຳມັນ! ລັດອາດຈົກເງິນຄັງສຳຮອງອອກມາແຊກແຊງເພື່ອແບ່ງເບົາຊົ່ວຄາວ

Published on

ເວັບໄຊ໌ໜັງສືພິມເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 11 ມິຖຸນາ 2018ນີ້ວ່າ ລາຄານໍ້າມັນໂລກຍັງມີທ່າທີຈະເພີ່ມຂຶ້ນຕໍ່ເນື່ອງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະເທດທີ່ນຳເຂົ້ານໍ້າມັນ 100% ດັ່ງ ສປປ ລາວ, ນັກວິເຄາະເສດຖະກິດຫຼາຍທ່ານໃຫ້ທັດສະນະວ່າ ອາດເຖິງເວລາທີ່ລັດຖະບານຈະນຳເອົາເງິນຈາກຄັງສຳຮອງເຂົ້າມາແຊກແຊງລາຄານໍ້າມັນຊົ່ວຄາວ ເພື່ອປົກປ້ອງຜູ້ຊົມໃຊ້ພາຍໃນບໍ່ໃຫ້ມີການແບກຫາບພາລະທີ່ສູງເກີນກວ່າລາຍຮັບຂອງຕົນ ຫາກບັນຫານີ້ບໍ່ໄດ້ຮັບການແຂ້ໄຂຈະເຮັດໃຫ້ສິນຄ້າຫຼາຍປະເພດເພີ່ມຂຶ້ນຕາມລາຄາຂອງນ້ຳມັນທັນທີ.

ທ່ານ ນາງ ວາລີ ເວດສະພົງ, ສສຊ ນະຄອນຫຼວງວຽງຈັນ ປະກອບຄຳເຫັນໃນກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາແຫ່ງ ຊາດ ຄັ້ງທີ VIII ກ່ຽວກັບຄິດທາງລາຄານໍ້າມັນ ແລະ ມາດຕະການແກ້ໄຂຂອງລັດຖະບານ ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຄວນຈະມີການຫາລືກັບກະຊວງທີ່ກ່ຽວຂ້ອງໃນການຫັກເກັບຈາກການນຳເຂົ້ານໍ້າມັນ ເພື່ອສ້າງເປັນຄັງເພື່ອແກ້ໄຂ ແລະ ຮອງຮັບລາຄານໍ້າມັນທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ປະຈຳວັນຂອງປະຊາຊົນ ເພາະລາຄາສິນຄ້າທຸກປະເພດແມ່ນໄດ້ບວກປັດໄຈໃນການຂົນສົ່ງເຂົ້າໄປນຳ ຫຼື ບໍ່ດັ່ງນັ້ນ ທະນາຄານແຫ່ງ ສປປ ລາວ ກໍ່ຄວນຈະຍອມຈົກງົບຂອງຄັງສຳຮອງແຫ່ງຊາດເຂົ້າມາແຊກແຊງເປັນໄລຍະໆ ເພື່ອບໍ່ໃຫ້ລາຄານໍ້າມັນສູງເກີນໄປຕາມລາຄານໍ້າມັນໂລກວາງອອກ. ເຖິງແມ່ນວ່າ ການປັບຂຶ້ນຄ່າແຮງງານຂັ້ນຕ່ຳຈະເປັນຜົນປະຕິບັດ, ແຕ່ມາສວນທາງກັບລາຄານໍ້າມັນພັດຂຶ້ນຕາມມາ ຍິ່ງເປັນການເພີ່ມຄວາມກົດດັນໃນກັບແຮງງານຂັ້ນຕ່ຳ ຫຼື ຜູ້ທີ່ມີລາຍຮັບລະດັບປານກາງລົງມາຢ່າງຊັດເຈນ.

ທ່ານ ສົມພາວ ໄຟສິດ ຜູ້ວ່າທະນາຄານ ແຫ່ງ ສປປ ລາວ ກ່າວວ່າ: ປັດຈຸບັນລາຄານໍ້າມັນດິບໃນຕະຫຼາດໂລກເພີ່ມຂຶ້ນສູງເຖິງ 70 ໂດລາສະຫະລັດຕໍ່ບາເຣວ ແລະ ນ້ຳມັນສຳເລັດຮູບຕະຫຼາດສິງກະ ໂປຂຶ້ນສູງຢູ່ທີ່ 80 ໂດລາສະຫະລັດຕໍ່ບາເຣວ, ຊຶ່ງກະຊວງອຸດສະຫາກຳ ແລະ ການຄ້າ ກໍ່ໄດ້ຮ່ວມມືກັບກະຊວງການເງິນ ໂດຍນຳເອົາເງິນຈາກຄັງແຮນໍ້າມັນຈາກທີ່ເຄີຍເກັບ 500 ກີບຕໍ່ລິດຫຼຸດລົງມາເປັນ 300 ກີບຕໍ່ລິດ, ແຕ່ອິງຕາມລາຄານໍ້າມັນໃນຕະຫຼາດໂລກແລ້ວເຫັນວ່າຍັງມີທ່າທີຈະເພີ່ມຂຶ້ນ.

ຢ່າງໃດກໍ່ຕາມ, ຫາກລາຄານໍ້າມັນມີການປັບຂຶ້ນສູງກວ່າ 80 ໂດລາສະຫະລັດຕໍ່ບາເຣວ ທະນາຄານ ແຫ່ງ ສປປລາວ ຈະມີການຫາລືກັບລັດຖະບານ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫຼື ອາດຈະຈຳເປັນຕ້ອງໄດ້ນຳແບ່ງງົບປະມານຂອງຄັງສຳຮອງອອກມາແຊກແຊງເພື່ອແບ່ງເບົາຊົ່ວຄາວ, ເພາະຄັງດັ່ງກ່າວແມ່ນມີຈຳນວນຈຳກັດ ແລະ ຕ້ອງໄດ້ໃຊ້ຢ່າງລະມັດລະວັງເພາະມີຜົນຕໍ່ເສດ ຖະກິດເຊັ່ນ: ດູນການຄ້າ, ການເງິນ ແລະ ອຶ່ນໆທີ່ພົວພັນຕໍ່ລະບົບເສດຖະກິດພາຍໃນ ແລະ ການຄ້າກັບຕ່າງປະເທດ.

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ກ່າວວ່າ: ໄລຍະຜ່ານມາຄັງເງິນແຮທີ່ຫັກໄດ້ຈາກນໍ້າມັນເຊື້ອໄຟແມ່ນໄດ້ຈັດເຂົ້າຢູ່ໃນງົບປະມານລວມແຫ່ງຊາດທັງໝົດໃນແຕ່ລະປີ. ປັດຈຸບັນ ເຫັນຄັງແຮກໍ່ຍັງເຫຼືອໜ້ອຍເຕັມທີ່ ຫາກລາຄາມັນໂລກຍັງສືບຕໍ່ປັບຂຶ້ນກໍ່ຕ້ອງໄດ້ປ່ອຍໃຫ້ເປັນໄປຕາມລະບົບກົນໄກຂອງຕະຫຼາດໂລກຢ່າງຫຼີກເວັ້ນບໍ່ໄດ້.

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...