Homeຂ່າວພາຍ​ໃນນາຍົກກ່າວ! ວິທີເຮັດໃຫ້ລາຍຮັບ-ລາຍຈ່າຍບໍ່ຮົ່ວໄຫລຂະແໜງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບຄືນໃໝ່

ນາຍົກກ່າວ! ວິທີເຮັດໃຫ້ລາຍຮັບ-ລາຍຈ່າຍບໍ່ຮົ່ວໄຫລຂະແໜງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບຄືນໃໝ່

Published on

ເວັບໄຊໜັງສືພິມເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 11 ມິຖຸນາ 2018 ວ່າ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍອາທິດທີ່ຜ່ານມາ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ສະມາຊິກສະພາແຫ່ງຊາດກ່ຽວກັບ ມາດຕະການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃນຕໍ່ໜ້າວ່າຈະມີທິດທາງແນວໃດ

ຕໍ່ປະເດັນດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຊີ້ແຈງວ່າ ການເກັບລາຍຮັບໃນຕໍ່ໜ້າລັດຖະບານຈະຕັດສິນໃຈຫັນໄປສູ່ຄວາມໂປ່ງໃສ, ຫັນໄປສູ່ລະບຽບກົດໝາຍ, ບໍ່ໃຫ້ຍົກເວັ້ນສິນຄ້າທີ່ບໍ່ເປັນລະບຽບອື່ນໆ ພວກເຮົາໄດ້ມີມາດຕະການມາດົນແລ້ວ ແລະ ພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ໂດຍສະເພາະນ້ຳມັນເຊື້ອໄຟ ທີ່ໄດ້ປະກາດບໍ່ຍົກເວັ້ນພາສີໃນໄລຍະຜ່ານມາ ເຮັດໃຫ້ພາສີຕົວເລກລາຍຮັບດ້ານນີ້ສູງຂຶ້ນກວ່າເກົ່າຫຼາຍ.

ສ່ວນການເກັບລາຍຮັບຕ້ອງຫັນໄປສູ່ທັນສະໄໝ ເຊິ່ງເປັນນະໂຍບາຍຫຼັກຂອງລັດຖະບານ ຂໍໃຫ້ທຸກພາກສ່ວນເອົາໃຈໃສ່ຮ່ວມກັນ ແລະ ຮ່ວມກັນສະໜັບສະໜູນຕ້ອງສ້າງໃຫ້ເປັນລະບຽບ ແລະ ກົດໝາຍ ພ້ອມກັນປະຕິບັດໃຫ້ໄດ້ ຖ້າບໍ່ຫັນໄປສູ່ຄວາມທັນສະໄໝກໍ່ຈະຮົ່ວໄຫລຄືເກົ່າ, ນອກນັ້ນ ຈະເຂັ້ມງວດ ຜູ້ໃດກະທຳຜິດຈະຕ້ອງຖືກລົງໂທດ ຫຼື ຜູ້ໃດເຮັດຖືກຕ້ອງກໍ່ຕ້ອງໄດ້ຮັບການຍ້ອງຍໍ, ຂະນະທີ່ພະນັກງານໃນຂະແໜງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບຄືນໃໝ່ ເພາະໃນປັດຈຸບັນໃຊ້ຄົນຫຼາຍຈົນເກີນໄປ ແລະ ຂາດຈັນຍາບັນ ຕ້ອງເອົາຄົນດີມາເຮັດ. ດັ່ງນັ້ນ ຈິ່ງຂໍໃຫ້ສະມາຊິກສະພາແຫ່ງຊາດຊ່ວຍສະໜັບສະໜູນ ແລະ ຂໍໃຫ້ປະຊາຊົນຊ່ວຍເປັນຫູເປັນຕາ.

ແຫລ່ງຂ່າວ: ເສດຖະກິດກິດ-ການຄ້າ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...