Homeຂ່າວຕ່າງປະເທດຣັດເຊຍເປັນປະເທດທຳອິດທີ່ຈີນມອບຫຼຽນໄຊມິດຕະພາບອັນສູງສຸດໃຫ້

ຣັດເຊຍເປັນປະເທດທຳອິດທີ່ຈີນມອບຫຼຽນໄຊມິດຕະພາບອັນສູງສຸດໃຫ້

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ມິຖຸນາ 2018ວ່າ ທ່ານ ສີ ຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ ປູຕິນ ຜູ້ນຳສູງສຸດຂອງຣັດເຊຍ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ມະຫາສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ເມື່ອວັນສຸກທີ່ຜ່ານມາ ໂດຍຫຼຽນໄຊດັ່ງກ່າວເປັນເຄື່ອງໝາຍກຽດຕິຍົດສູງສຸດທີ່ລັດຖະບານຈີນສ້າງຂຶ້ນມາໃໝ່ ແລະ ທ່ານ ປູຕິນ ຖືເປັນປະມຸກແຫ່ງລັດຕ່າງປະເທດຄນທຳອິດທີ່ໄດ້ຮັບ

Chinese President Xi Jinping (R) congratulates Russian President Vladimir Putin after presenting him with the Friendship Medal in the Great Hall of the People in Beijing on June 8, 2018.Xi presented the first Friendship Medal of the People’s Republic of China – presented to foreigners who have who have made “outstanding contributions to China’s socialist modernization drive, in promoting exchange and cooperation between China and the world, and in safeguarding world peace”, according to the official Xinhua news agency. / AFP PHOTO / POOL / Greg Baker

ເຊິ່ງຜູ້ນຳຈີນກ່າວເຖິງການມອບຫຼຽນໄຊດັ່ງກ່າວນີ້ໃຫ້ແກ່ທ່ານ ປູຕິນວ່າ: “ເພື່ອຍ້ອງຍໍການທຸ້ມເມອຸທິດຕົນອັນໂດດເດັ່ນ ຂອງປະທານາທິບໍດີຣັດເຊຍ ໃນດ້ານການພັດທະນາປະເທດໃຫ້ມີຄວາມຈະເລີນກ້າວໜ້າ ແລະ ມີການຮ່ວມມືກັບຂະບວນການຮັກສາສັນຕິພາບໂລກ” ໃນທາງດ້ານຂອງປູຕິນ ກ່າວເຖິງສາຍພົວພັນລະຫວ່າງຣັດເຊຍ-ຈີນວ່າ “ເປັນເພື່ອນມິດທີ່ດີ, ເປັນເພື່ອນບ້ານທີ່ດີ ແລະ ສາຍພົວພັນລະຫວ່າງການພັດທະນາໄປເກີນກວ່າການເປັນຮຸ້ນສ່ວນທາງຍຸດທະສາດແລ້ວ”

 

ແຫລ່ງຂ່າວ: ອິດສະຫຼະ

ບົດຄວາມຫຼ້າສຸດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...