5 ປະເທດທີ່ຖິ້ມຂີ້ເຫຍື້ອພຣາສຕິກລົງສູ່ມະຫາສະໝຸດຫຼາຍທີ່ສຸດໃນໂລກ

ຈາກລາຍງານລະບຸວ່າ ປັດຈຸບັນມີຖົງຢາງພຣາສຕິກປະມານ 5 ລ້ານລ້ານສິ້ນທີ່ໃຊ້ແລ້ວທົ່ວໂລກໃນແຕ່ລະປີ ເຊິ່ງສ່ວນໃຫຍ່ກາຍເປັນຂີ້ເຍື້ອພຣາສຕິກ ແລະ ຕາມລາຍງານຂອງອົງການ Ocean Conservancy ທີ່ເຜີຍແຜ່ເມື່ອປີທີ່ຜ່ານມາ ລາຍງານວ່າ ແຕ່ລະປີມີຂີ້ເຫຍື້ອພຣາສຕິກປະມານ 8 ລ້ານຕັນທີ່ຖິ້ມລົງສູ່ມະຫາສະໝຸດທົ່ວໂລກ ເຮັດໃຫ້ຂີ້ເຫຍື້ອຢູ່ຕາມມະຫາສະໝຸດຕ່າງໆມີປະມານ 150 ລ້ານຕັນ

ທັງນີ້ ລາຍງານດັ່ງກ່າວບົ່ງບອກອີກວ່າ ຈີນ, ອິນໂດເນເຊຍ, ຟິລິບປິນ, ຫວຽດນາມ ແລະ ໄທ ຄືກຸ່ມປະເທດທີ່ຖິ້ມຂີ້ເຫຍື້ອພຣາສຕິກຫຼາຍທີ່ສຸດໃນໂລກ ແລະ ຫຼາຍກວ່າປະເທດອື່ນມາລວມກັນ