ລະທຶກ! ນັກບິນຍິງນຳເຮືອບິນລົງຈອດສຸກເສີນກາງຖະໜົນ

ເມື່ອວັນທີ 3 ມິຖຸນາ 2018 ທີ່ຜ່ານມາ ເຟສບຸ໊ກ China Xinhua News ເຜີຍຄລິບວິດີໂອເຫດການທີ່ເຮັດໃຫ້ຜູ້ຄົນມຶນງົງ ແລະ ແຕກຕື່ນພໍສົມຄວນ ສຳລັບກໍລະນີມີເຮືອບິນຂະໜາດນ້ອຍລົງຈອດສຸກເສີນກາງຖະໜົນໃນນະຄອນລອສແອນເຈີລິສ ລັດແຄລິຟໍເນຍ ສະຫະລັດອາເມລິກາ ເມື່ອວັນສຸກ ທີ 01 ມິຖຸນາ 2018 ທີ່ຜ່ານມາ

ລາຍງານລະບຸວ່າ ເຮືອບິນໂດຍສານ ເຊສນາ 172 (Cessna 172) ລຳດັ່ງກ່າວເກີດບັນດ້ານເຄື່ອງຍົນ ຂະນະທີ່ກຳລັງບິນສູ່ສະໜາມບິນ ຈອນ ເວນ ເມືອງ ແຊນຕາອານາ

ນັກບິນຍິງຈິ່ງລົງຈອດສຸກເສີນບໍລິເວນຖະໜົນສາຍໜຶ່ງທີ່ບໍ່ຫ່າງຈາກສະນາມບິນຫຼາຍປານໃດ ໂດຍບໍ່ມີໃຜໄດ້ຮັບບາດເຈັບ ຫຼື ຊັບສິນເສຍຫາຍຈາກເຫດການບໍ່ຄາດຝັນດັ່ງກ່າວ

https://www.facebook.com/XinhuaNewsAgency.th/videos/2095157647366913/