ຜົນງານຮູບແຕ້ມເຍົາວະຊົນລາວມີລຸ້ນລາງວັນລະດັບໂລກ

ເມື່ອວັນທີ 04 ມິຖຸນາ 2018 ເຟສບຸກເພສ Lao Youth Radio FM 90.0 Mhz ໄດ້ໂພສຮູບຜົນງານຂອງ ນາງ ສຸກສະຫວັນ ມະນີວົງໄຊ ອາຍຸ 15 ປີ ມາຈາກ ໂຮງຮຽນ ມສ ເພຍວັດ ເຊິ່ງເປັນໜຶ່ງໃນຜູ້ເຂົ້າຮ່ວມແຂ່ງຂັນແຕ້ມຮູບ Toyota Dream Car world art contest 2018 ທີ່ປະເທດ ຍີ່ປຸ່ນ ແລະ ເປັນຜົນງານນັກຮຽນຄົນດຽວຈາກ ສປປ ລາວ ທີ່ມີສິດເຂົ້າໄປລຸ້ນລາງວັນແຕ້ມຮູບລະດັບໂລກ ທີ່ນະຄອນໂຕກຽວ ປະເທດ ຍີ່ປຸ່ນ

ການແຂ່ງຂັນແຕ້ມຮູບ Toyota Dream Car world art contest 2018 ໄດ້ມີການເປີດຮັບສະໝັກຕັ້ງແຕ່ເດືອນ ຕຸລາ 2017 – ມີນາ 2018 ເຊິ່ງໄດ້ຮັບຄວາມສົນໃຈຈາກເຍົາວະຊົນທົ່ວໂລກກວ່າ 80 ປະເທດທີ່ສົ່ງຜົນງາມເຂົ້າປະກວດ ເຊິ່ງລາຍການແຂ່ງຂັນດັ່ງກ່າວຈະແບ່ງອອກເປັນ 2 ລຸ້ນຄື: ເຍົາວະຊົນຮຸ່ນອາຍຸ 8-11 ປີ ແລະ ອາຍຸ 12-15ປີ ເຊິ່ງປັດຈຸບັນຍັງຢູ່ໃນໄລຍະຄັດເລືອກຜົນງານ ຈະມີການຕັດສິນ ແລະ ພິທີມອບລາງວັນໃນເດືອນ ສິງຫາ 2018

ເຮົາມາເອົາໃຈຊ່ວຍລຸ່ນໄປພ້ອມກັນວ່າ ຜົນງານຮູບແຕ້ມຕົວແທນເຍົາວະຊົນລາວ “ນາງ ສຸກສະຫວັນ ມະນີວົງໄຊ ອາຍຸ 15 ປີ ມາຈາກ ໂຮງຮຽນ ມສ ເພຍວັດ” ຈະສາມາດຜ່ານເຂົ້າໄປໃນຮອບເລິກໆ ຈົນຄວ້າລາງວັນ ແລະ ຊື່ສຽງມາໃຫ້ປະເທດຊາດໄດ້ ຫຼື ບໍ່? ຕ້ອງຕິດຕາມກັນຕໍ່ໄປ

ຮູບພາບ ແລະ ລາຍງານລາງສ່ວນໂດຍ ຄູສອນແຕ້ມ ພອນປະເສີດ

1 COMMENT

  1. ຕາມທີ່ເຫັນໃນພາບນັ້ນຂ້າພະເຈົ້າກະຢາກຂໍມີຄຳເຫັນແລກປ່ຽນຢູ່ໃນພາບວ່າ: ສັນຍາລັກກາຊ້າງ 3 ຫົວນັ້ນມັນສົມຄວນແຕ້ມເຂົ້າໃສ່ກັບສັນຍາລັກອື່ນໆຢູ່ບໍ ເພາະວ່າຕາມການຕິດຕາມຂ່າວຜ່ານມາກໍ່ເຫັນວ່າ ສັນຍາລັກດັ່ງກ່າວນັ້ນເປັນສັນຍາລັກທີ່ເວົ້າໃສ່ຮ້າຍປ້າຍສີປະເທດລາວ, ເວົ້າໃສ່ຮ້າຍປ້າຍສີຜູ້ນຳລະດັບສູງຂອງລາວ

Comments are closed.