spot_img
Homeຂ່າວພາຍ​ໃນຕຳຫຼວດຈະລາຈອນ ຮຽກເກັບເງິນນຳຜູ້ລະເມີດ ແມ່ນຂັດຕໍ່ລະບຽບກົດໝາຍວາງອອກ

ຕຳຫຼວດຈະລາຈອນ ຮຽກເກັບເງິນນຳຜູ້ລະເມີດ ແມ່ນຂັດຕໍ່ລະບຽບກົດໝາຍວາງອອກ

Published on

ເມື່ອວັນທີ 31 ພຶດສະພາ ອີງຕາມເວັບໄຊຂ່າວ lsecuritynews.com ໄດ້ລາຍງານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼີກລ່ຽງບໍ່ໄດ້. ໃນການແກ້ໄຂບັນຫາດັ່ງກ່າວເຈົ້າໜ້າທີ່ກົມ ແລະ ພະແນກຕໍາຫຼວດຈະລາຈອນ ໃນທົ່ວປະເທດໄດ້ສຸມໃສ່ສະກັດກັ້ນບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍລົງເທື່ອລະກ້າວໂດຍສຸມໃສຕັ້ງດ່ານກວດກາຄວາມ ບໍ່ເປັນລະບຽບຮຽບຮ້ອຍ ແລະອື່ນໆ, ເຖິງຈະມີການຈັດຕັ້ງປະຕິບັດຢ່າງຕັ້ງໜ້າກໍຕາມ ແຕ່ກໍມີຫາງສຽງຂອງຜູ້ ໃຊ້ລົດ-ໃຊ້ຖະໜົນຕໍ່ການປະຕິບັດຂອງເຈົ້າໜ້າທີ່ທີ່ສວຍໃຊ້ໂອກາດແອບແຝງມີການເກັບເງິນຈາກຜູ້ລະເມີດ. ຫຼ້າສຸດ, ມີຜູ້ບັນທຶກພາບເຈົ້າໜ້າທີ່ຮຽກເກັບເງິນນໍາຜູ້ທີ່ເຮັດຜິດລະບຽບ, ເຊິ່ງບັນຫາດັ່ງກ່າວໄດ້ສ້າງພາບພົດ ບໍ່ດີມາຍັງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແລະ ການກະທໍາດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍ ທັງຜູ້ເອົາ ແລະ ຜູ້ໃຫ້.

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວ ໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ມີຄໍາເຫັນຕໍ່ບັນ ຫານີ້ວ່າ: ປັດຈຸບັນ, ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມທ້ອງຖະໜົນໄດ້ເກີດຂຶ້ນ ເປັນຕົ້ນແມ່ນບັນຫາການ ຈະລາຈອນແອອັດຕາມຕົວເມືອງໃຫຍ່, ອຸບັດຕິເຫດ ແລະ ນໍາໃຊ້ພາຫະນະຂົນສົ່ງຄ້າຂາຍຢາເສບຕິດ ແລະ ກໍ່ການກະທໍາຜິດອື່ນໆ. ຕໍ່ກັບການສະກັດກັ້ນບັນຫາດັ່ງກ່າວນີ້, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນໄດ້ມີການ ຈັດຕັ້ງດ່ານກວດກາຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງເມືອງ ແລະ ແຂວງ ເພື່ອສະກັດກັ້ນກຸ່ມຄົນບໍ່ ດີທີ່ສວຍໃຊ້ລົດ-ໃຊ້ຖະໜົນເຂົ້າໃນການລັກຂົນສົ່ງສິ່ງທີ່ຜິດກົດໝາຍ, ການຕັ້ງດ່ານຈຸດກວດກາພາຫະນະຕາມ ສາຍທາງຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໃນປັດຈຸບັນໄດ້ກາຍເປັນບັນຫາທີ່ສັງຄົມ ກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກວ່າໄດ້ມີບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ບາງຈຸດຕັ້ງດ່ານກວດກາທີ່ບໍ່ສອດຄ່ອງຕາມ ລະບຽບຫຼັກການວິຊາສະເພາະຂອງຕໍາຫຼວດຈະລາຈອນ ເຮັດໃຫ້ມີຫາງສຽງຈາກພໍ່-ແມ່ປະຊາຊົນທີ່ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບຫຼັກການສັນຈອນ ກໍຄືການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ຕໍາຫຼວດຈະ ລາຈອນໃນການຕັ້ງຈຸດກວດກາພາຫະນະຍັງປະກົດມີການແອບແຝງຮຽກເກັບເງິນນໍາຜູ້ທີ່ເຮັດຜິດລະບຽບກົດໝາຍ, ເຊິ່ງໃນຄວາມເປັນຈິງຕໍາຫຼວດຈະລາຈອນ ແມ່ນເຮັດໜ້າທີ່ຕາມຫຼັກການວິຊາສະເພາະ ແລະ ເຮັດໜ້າທີ່ ຕາມກົດໝາຍຈະລາຈອນທາງບົກເປັນຜູ້ກວດກາກົດໝາຍ ແລະ ອໍານວຍຄວາມສະດວກໃຫ້ແກ່ການສັນຈອນ. ນອກນີ້, ເວົ້າເລື່ອງການເອົາເງິນໃນ ຫຼັກການຂອງກໍາລັງແມ່ນບໍ່ມີ, ທີ່ຜ່ານມາຫາງສຽງດັ່ງກ່າວມີພໍ່ແມ່ປະຊາຊົນ ສະເໜີຜ່ານສະພາ ແລະ ຜ່ານທາງສື່ມວນຊົນ ແຕ່ທາງເຈົ້າໜ້າທີ່ກໍໄດ້ກວດກາຕະຫຼອດແຕ່ບໍ່ພົບ, ແຕ່ພາບພົດ ລວມກໍຍັງມີຈໍານວນສ່ວນໜ້ອຍໜຶ່ງເອົາເງິນ, ເມື່ອມາເວົ້າເຖິງກົດໝາຍການເອົາ ແລະ ການໃຫ້ເປັນການລະເມີດກົດໝາຍ, ຖ້າຕໍາຫຼວດຈະລາຈອນໄປເອົາເງິນແມ່ນບໍ່ຖືກຕ້ອງ, ເຊິ່ງມາດຕະການໃນການກວດກາພົບເຫັນ ຜູ້ລະເມີດທີ່ບໍ່ຮຸນແຮງຕ້ອງຂຽນໃບສັ່ງໃຫ້ກັກເອກະສານລົດ, ໃບຂັບຂີ່ ຫຼື ບັດປະຈໍາຕົວ. ຈາກນັ້ນ, ແນະນໍາໃຫ້ຜູ້ ລະເມີດເຂົ້າມາຫ້ອງການ ແລະ ສຶກສາອົບຮົມທັງເບິ່ງການລະເມີດແຕ່ລະຂໍ້ ເພື່ອມອບໃຫ້ການເງິນປັບໃໝຕາມລະບຽບ, ທີ່ຜ່ານມາການຕັ້ງດ່ານກວດກາຂອງເຈົ້າໜ້າທີ່ ສາມາດສະກັດກັ້ນບັນຫາປະກົດການຫຍໍ້ທໍ້ເປັນຕົ້ນລົດ ຂີ້ລັກ, ລົດລັກລອບຂົນສົ່ງຢາເສບຕິດ, ຄ້າຂາຍເຖື່ອນ, ການແຈ້ງລົດເສຍ ແລະອື່ນໆ ໄດ້ເປັນຈໍານວນຫຼວງຫຼາຍ.

ເຊິ່ງການຕັ້ງດ່ານຈຸດກວດກາພາຫະນະຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນັ້ນແມ່ນຈະອະນຸຍາດໃຫ້ຕັ້ງດ່ານກວດແບບມີຈຸດສຸມ, ມີເປົ້າໝາຍ, ມີແຜນການຂອງພະແນກ ໂດຍສົມທົບກັບບັນດາຕໍາຫຼວດຈະລາຈອນເມືອງ ຫຼື ກົມກອງວິຊາສະເພາະຕ່າງໆ ຈຶ່ງສາມາດຕັ້ງດ່ານກວດກາໄດ້, ຖ້າວ່າມີກໍາລັງເຈົ້າໜ້າທີ່ 2-3 ຄົນ ແມ່ນຈະບໍ່ອະນຸຍາດ ໃຫ້ຕັ້ງດ່ານກວດກາພາຫະນະຢ່າງເດັດຂາດ; ການຕັ້ງດ່ານຈຸດກວດກາຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ຖືກຕ້ອງຈະຕ້ອງມີເປົ້າໝາຍກວດກາຢູ່ຈຸດຕ່າງໆທີ່ມີປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນຈຸດທີ່ມີການລະເມີດການສັນຈອນ, ຈຸດທີ່ມີພວກກໍ່ອາຊະຍາກໍາຕ່າງໆ ນໍາໃຊ້ເສັ້ນທາງ ແລະອື່ນໆ.

ການຕັ້ງດ່ານຈຸດກວດກາຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນຢ່າງໜ້ອຍຕ້ອງມີກໍາລັງ 7 ຄົນຂຶ້ນໄປ ຈຶ່ງຖືກຕ້ອງ ຕາມລະບຽບຫຼັກການວິຊາສະເພາະ ຫຼື ຖືກຕາມກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ. ຕໍ່ກັບບັນຫາການ ປະຕິບັດໜ້າທີ່ໃນການຕັ້ງດ່ານກວດກາ ຂອງເຈົ້າຕໍາຫຼວດຈະລາຈອນທີ່ບໍ່ຖືກຕ້ອງໃນໄລຍະຜ່ານມາ, ຄະນະພັກ- ຄະນະບັນຊາໄດ້ມີການຈັດຕັ້ງພະນັກງານ ລົງກວດກາຢ່າງຕໍ່ເນື່ອງຢູ່ຕາມຈຸດທີ່ມີສະພາບການຢ່າງມີຄວາມຮັບຜິດຊອບຕໍ່ກໍາລັງຂອງວຽກງານຈະລາຈອນ; ເຊິ່ງໄດ້ມີການລົງກວດກາການປະຕິບັດໜ້າທີ່ຂອງຕໍາຫຼວດຈະລາຈອນ ຢູ່ຕາມຈຸດກວດກາ ຫຼື ບັນດາປ້ອມຍາມຂອງເຈົ້າໜ້າທີ່ທີ່ເຮັດໜ້າທີ່ວິຊາສະເພາະ 2-3 ສະຫາຍ, ແມ່ນຫ້າມບໍ່ໃຫ້ມີການຈັດຕັ້ງປະຕິບັດກວດກາຢ່າງເດັດຂາດ, ເນື່ອງຈາກວ່າຈຸດດັ່ງກ່າວ ເປັນພຽງສະຖານທີ່ບ່ອນຕິດຕາມກວດກາ ສະພາບການສັນຈອນຕິດຂັດຢູ່ພື້ນທີ່ດັ່ງ ກ່າວ ເພື່ອລະບາຍລົດແກ້ໄຂບັນຫາລົດແອອັດ ຫຼື ອໍານວຍຄວາມສະດວກ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຢູ່ເສັ້ນທາງຕ່າງໆ ມີຄວາມສະດວກສະບາຍ ໂດຍສະເພາະຖ້າມີສະພາບການເກີດອຸບັດຕິເຫດແມ່ນສາມາດລົງແກ້ໄຂໄດ້ຢ່າງທັນການ.

ຢ່າງໃດກໍຕາມ, ການສວຍໃຊ້ໜ້າທີ່ຮຽກເອົາເງິນນຳປະຊາຊົນເປັນປະກົດການຫຍໍ້ທໍ້ຕໍ່ກໍາລັງຕໍາຈະລາຈອນ. ສະນັ້ນ, ເພື່ອແກ້ໄຂບັນຫາຫາງສຽງໃຫ້ຫຼຸດລົງຄະນະພັກ-ຄະນະບັນຊາຈະຕ້ອງສຶກສາອົບຮົມແນວຄິດການເມືອງຂອງອ້າຍນ້ອງໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ລະບຽບກໍາລັງທີ່ວາງອອກ ພ້ອມທັງຕິດຕາມຢ່າງໃກ້ຊິດການປະຕິດໜ້າທີ່ຂອງ ອ້າຍນ້ອງ, ກໍລະນີພົບເຫັນການປະຕິບັດທີ່ຂັດຕໍ່ລະບຽບກົດໝາຍໃຫ້ຕັກເຕືອນຮ້າຍແຮງໃຫ້ປະຕິບັດລະບຽບ ຂອງກໍາລັງຢ່າງເຂັ້ມງວດ ເພື່ອແນໃສ່ບໍ່ໃຫ້ເປັນຊ່ອງວ່າງໃນການປະຕິບັດໜ້າທີ່.

ຂ່າວຈາກ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...