Homeຂ່າວຕ່າງປະເທດ"ມືຂວາທ່ານຄິມ" ພົບປະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທີ່ນິວຢອກ

“ມືຂວາທ່ານຄິມ” ພົບປະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທີ່ນິວຢອກ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 30 ພຶດສະພາ ວ່າ ໂຄສົກຍິງທຳນຽບຂາວກ່າວຢືນຢັນຄວາມພ້ອມຂອງສະຫະລັດໃນການທີ່ປະທານນາທິບໍດີ ໂດນັລ ທຣັມ ຈະເຂົ້າຮ່ວມການພົບປະຫາລືກັບທ່ານ ຄິມຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ສິງກະໂປ ໃນວັນທີ 12 ມິຖຸນາ 2018ນີ້ ແລະ ກ່າວເຖິງທີມງານອີກ 2 ຊຸດຂອງລັດຖະບານວໍຊິງຕັນ ເຊິ່ງຊຸດທີໜຶ່ງຢູ່ທີ່ເກົາໃຕ້ ນຳໂດຍທ່ານ ຊອງຄິມ ເອອັກຄະຣາຊທູດສະຫະລັດປະຈຳນະຄອນຫຼວງມານິລາ ພົບປະຫາລືກັບຄະນະຜູ້ແທນຂງເກົາຫຼີເໜືອ ຢູ່ທີ່ໝູ່ບ້ານ ປັນມຸນຈອມ ແລະ ຄະນະທຳງານອີກຊຸດໜຶ່ງຢູ່ທີ່ສິງກະໂປແລ້ວແລະໄດ້ພົບປະຫາລືກັບເຈົ້າໜ້າທີ່ລັດຖະບານປຽງຢາງ ວ່າຈະມີການພົບປະສົນທະນາກັນຕື່ມອີກ ແຕ່ບໍ່ໄດ້ລົງເລິກລາຍລະອຽດ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...