Homeຂ່າວເຫດການເຈົ້າໜ້າທີ່ຕຳຫຼວດປັບໃໝ ຜູ້ລະເມີດກົດຈະລາຈອນ

ເຈົ້າໜ້າທີ່ຕຳຫຼວດປັບໃໝ ຜູ້ລະເມີດກົດຈະລາຈອນ

Published on

ຕອນບ່າຍຂອງວັນທີ 20 ພຶດສະພາ 2018 ນັກຂ່າວລາຍງານວ່າ ໄດ້ມີປະຊາຊົນທີ່ລ່ວງລະເມີດກົດຈະລາຈອນ ແລ້ວຖືກເຈົ້າໜ້າທີ່ສຶກສາອົບຮົມ ສ່ວນຝ່າຍປະຊາຊົນຜູ້ກະທຳຜິດກໍໄດ້ເອົາວັດຖຸໃດໜຶ່ງຍື່ນໃສ່ມືເຈົ້າໜ້າທີ່ ເຊິ່ງຄາດວ່າເປັນເງິນເພື່ອຂອບໃຈເຈົ້າໜ້າທີ່ ທີ່ໄດ້ຕັກເຕືອນແລະສຶກສາອົບຮົມຕົນເອງ ໂດຍບໍ່ໄດ້ຂຽນໃບສັ່ງໃຫ້ຕົນເອງ.

ເຫດການດັ່ງກ່າວໄດ້ຖືກນັກຂ່າວບັນທຶກວິດີໂອໄດ້ ໂດຍລາຍລະອຽດນັກຂ່າວລາຍງານວ່າລົດກະບະຮຸນໄດສີຟ້າຄັນໜຶ່ງ ເຊິ່ງເປັນລົດຂົນສົ່ງນໍ້າດື່ມຍີ່ຫໍ້ໜຶ່ງ ໄດ້ເດິນທາງຈາກສີ່ແຍກໄຟອຳນາດຕະຫຼາດຂົວດິນ ມຸ່ງໜ້າໄປທາງສີ່ແຍກໄຟອຳນາດວັດທາດຝຸ່ນ ແຕ່ພໍໄປເຖິງໜ້າກະຊວງປ້ອງກັນຄວາມສະຫງົບ ລົດຄັດດັ່ງກ່າວໄດ້ລ້ຽວຊ້າຍໃນບ່ອນທີ່ມີປ້າຍຫ້າມລ້ຽວ ກັບໄປທາງຕະຫຼາດເຊົ້າ ກ່ອນທີ່ຈະຖືກເຈົ້າໜ້າທີ່ຕຳຫຼວດຈະລາຈອນນຳມາ ຕັກເຕືອນຄືດັ່ງກ່າວ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ນັກຂັບຂີ່ທຸກຄົນ ຈົ່ງເຄົາລົບຕໍ່ກົດຈະລາຈອນ ຖືເອກະສານລົດໃຫ້ຄົບຖ້ວນ ເພື່ອພ້ອມກັນຫັນເຂົ້າສູ່ສັງຄົມແຫ່ງລະບຽບກົດໝາຍເທື່ອລະກ້າວ.

ໂດຍກ່ອນໜ້າທີ່ໄດ້ເຄີຍມີເຫດການຄ້າຍຄືກັນນີ້ເກີດຂຶ້ນກັບຕຳຫຼວດຈະລາຈອນທ່ານໜຶ່ງ ຈົນເກີດກະແສວິພາກວິຈານໄປທາງລົບທົ່ວສັງຄົມ ຈົນໄດ້ມີເຈົ້າໜ້າທີ່ລະດັບສູງອອກມາຊີ້ແຈງ ແຕ່ກໍຖືກສັງຄົມອອນລາຍວິຈານຊໍ້າຢ່າງໜັກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...