spot_img
Home​ຂ່າວບັນເທິງ"ໂອບາມາ" ປະກາດຮ່ວມຜະລິດຮູບເງົາກັບ "Netflix"

“ໂອບາມາ” ປະກາດຮ່ວມຜະລິດຮູບເງົາກັບ “Netflix”

Published on

ສຳນັກຂ່າວ CNN ລາຍງານວ່າ ທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍດີ ສະຫະລັດ ແລະ ທ່ານ ນາງ ມິເຊລ ໂອບາມາ ປະກາດຮ່ວມງານຜະລິດຮູບເງົາກັບບໍລິສັດ ເນັດຟລິກ ຜູ້ໃຫ້ບໍລິການການຮັບຊົມຮູບເງົາ ແລະ ຊີຣີອອນໄລນ໌ໃຫຍ່ທີ່ສຸດໃນໂລກ ໂດຍການລົງນາມໃນສັນຍາຄັ້ງນີ້ເປັນການປະກາດຮ່ວມມືກັນໄລຍະຍາວຫຼາຍປີ ເຊິ່ງຄາດວ່າຈະໄດ້ເຫັນຜົນງານທຳອິດຂອງພວກເຂົາພາຍໃນປີ 2019

ສື່ສະຫະລັດ ລະບຸວ່ານີ້ຖືເປັນບາດກ້າວໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າໃນການລົງນາມໃນວົງການບັນເທີງຂອງທັງຄູ່ ໂດຍກ່ອນໜ້ານີ້ຄອບຄົວໂອບາມາໄດ້ກໍ່ຕັ້ງບໍລິສັດຜະລິດເນື້ອຫາໂທລະທັດພາຍໃຕ້ຊື່ Higher Ground Productions ເຊິ່ງຕໍ່ຈາກນີ້ໄປບໍລິສັດຂອງທ່ານ ໂອບາມາຈະຜະລິດເນື້ອຫາໂທລະທັດທີ່ຫຼາກຫຼາຍໃຫ້ກັບເນັດຟລິກເຊັ່ນ: ຊີຣີທີ່ມີບົດລະຄອນ ຊີຣີປະເພດຣຽວລິຕີໂຊ, ຮູບເງົາສາລະຄະດີ ແລະ ເລື່ອງລາວພິເສດຕ່າງໆ

ຢ່າງໃດກໍ່ຕາມ ຂະນະນີ້ທາງຜູ້ບໍລິຫານຂອງເນັດຟລິກຍັງບໍ່ໄດ້ເປີດເຜີຍວ່າເນື້ອຫາສ່ວນໃຫຍ່ຈະອອກມາໃນທິດທາງແນວໃດ ແຕ່ແຫຼ່ງຂ່າວວົງໃນລະບຸວ່ານອກຈາກການທຳງານເບື້ອງຫຼັງເປັນໂປຣດິວເຊີແລ້ວ ມີໂອກາດສູງທີ່ທັງທ່ານ ບາຣັກ ໂອບາມາ ແລະ ທ່ານ ນາງ ມິເຊລ ໂອບາມາ ຈະມີບົດບາດທາງໜ້າຈໍໃຫ້ຜູ້ຊົມໄດ້ເຫັນອີກດ້ວຍ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...