spot_img
Homeຂ່າວທ້ອງຖິ່ນລັດຖະບານ ປັບລາຄາຄັງແຮນໍ້າມັນເຊື້ອໄຟລົງ ເພື່ອປະຄອງລາຄານໍ້າມັນບໍ່ໃຫ້ສູງຂຶ້ນ

ລັດຖະບານ ປັບລາຄາຄັງແຮນໍ້າມັນເຊື້ອໄຟລົງ ເພື່ອປະຄອງລາຄານໍ້າມັນບໍ່ໃຫ້ສູງຂຶ້ນ

Published on

ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໄດ້​ອອກ​ແຈ້ງ​ການ​ລາຄາ​ຂາຍຍ່ອຍ​ນໍ້າມັນ​ເຊື້ອ​ໄຟ ໃນ​ຂອບ​ເຂດ​ທົ່ວ​ປະເທດ ສະບັບ​ເລກ​ທີ 0582/​ອຄ.​ກຄພນ ລົງ​ວັນ​ທີ 17 ພຶດສະພາ 2018 ເຖິງ​ສະມາຄົມ​ນໍ້າມັນ​ເຊື້ອ​ໄຟ ແລະ ອາຍ​ແກ໊ດ​ບັນດາ​ບໍລິສັດ​ນໍ້າມັນ​ເຊື້ອ​ໄຟ ເລື່ອງ​ແຈ້ງ​ລາຄາ​ຂາຍຍ່ອຍ​ນໍ້າມັນ​ເຊື້ອ​ໄຟ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ການ​ປັບ​ລາຄາ​ຄັ້ງ​ນີ້​ແມ່ນ​ຫຼຸດ​ຄັງ​ແຮ​ລົງ 200 ກີບ​ຕໍ່​ລິດ ເພື່ອ​ປະຄອງ​ບໍ່​ໃຫ້​ລາຄາ​ນໍ້າມັນ​ເຊື້ອ​ໄຟ​ຂອງ​ປະເທດ​ປັບ​ຕົວ​ສູງ​ຂຶ້ນ ສ່ວນ​ລາຄາ​ຂາຍຍ່ອຍ​ນໍ້າມັນ​ເຊື້ອ​ໄຟ​ຍັງ​ຄົງ​ລາຄາ​ເກົ່າ​ຈາກ​ການ​ປັບ​ຄັ້ງ​ກ່ອນ.

ການ​ປັບ​ຄັ້ງ​ນີ້ ເນື່ອງ​ຈາ​ກວ່າ​ນໍ້າມັນ​ເຊື້ອ​ໄຟ ແມ່ນ​ສິນຄ້າ​ຍຸດ​ທະ​ສາດ​ໜຶ່ງ​ທີ່​ລັດ​ຄຸ້ມ​ຄອງ ແມ່ນ​ສິນຄ້າ​ທີ່​ນອນ​ຢູ່​ໃນ​ບັນຊີ​ຄວບ​ຄຸມ​ຂອງ​ຂະແໜງ​ອຸດສາຫະກຳ ແລະ ການ​ຄ້າ ຕາມ​ດຳລັດ 474/​ນຍ ລົງ​ວັນ​ທີ 18/11/2010 ແມ່ນ​ສິນຄ້າ​ທີ່​ສ້າງ​ລາຍ​ຮັບ​ຕົ້ນຕໍ​ເຂົ້າ​ງົບປະມານ​ຂອງ​ລັດ​ດ້ວຍ​ການ​ເກັບ​ພາສີ ແລະ ອາກອນ.

ຈາກ​ການ​ເໜັງ​ຕີງ​ລາຄາ​ນໍ້າມັນ​ເຊື້ອ​ໄຟ​ໃນ​ຕະຫຼາດ​ໂລກ ໂດຍ​ສະເລ່ຍ ລະຫວ່າງວັນ​ທີ 30/4-15/5/2018 ກັບ​ລາຄາ​ປະຕິບັດ​ຄັ້ງ​ວັນ​ທີ 27/4/2018 ເຫັນ​ວ່າ: ລາຄາ​ນໍ້າມັນ​ແອັດ​ຊັງ (95) +0.0310 ໂດ​ລາ/ລິດ ຫຼື ຄິດ​ເປັນ 5,4% ຈາກ​ລາຄາ 0.5792 ໂດ​ລາ/ລິດ ປັບ​ເພີ່ມ​ຂຶ້ນ​ເປັນ 0.6102 ໂດ​ລາ/ລິດ ນໍ້າມັນ​ແອັດ​ຊັງ (92)+0.0375 ໂດ​ລາ/ລິດ ຫຼື ຄິດ​ເປັນ 6,8% ຈາກ​ລາຄາ 0.5536 ໂດ​ລາ/ລິດ ປັບ​ເພີ່ມ​ຂຶ້ນ​ເປັນ 0.5911ໂດ​ລາ/ລິດ ແລະ ກາ​ຊວນ (0,05) + 0.0153 ໂດ​ລາ/ລິດ ຫຼື 7,9% ຈາກ 0.5732 ໂດ​ລາ/ລິດ ປັບ​ເພີ່ມ​ຂຶ້ນ​ເປັນ 0.6188 ໂດ​ລາ/ລິດ.

ຕໍ່​ສະພາບ​ການ​ດັ່ງກ່າວ ຖ້າ​ນຳ​ໃຊ້​ລາຄາ​ສະເລ່ຍ​ລະຫວ່າງ 30/4-15/5/2018 ມາ​ຄິດໄລ່​ໂຄງ​ສ້າງ​ລາຄາ​ນໍ້າມັນ​ເຊື້ອ​ໄຟ​ ຈະ​ເຮັດ​ໃຫ້​ລາຄາ​ຂາຍຍ່ອຍ​ແອັດ​ຊັງ​ພິເສດ​ເພີ່ມ​ຂຶ້ນ 310 ກີບ/ລິດ ນໍ້າມັນ​ແອັດ​ຊັງ​ທຳ​ມະ​ດາ ເພີ່ມ​ຂຶ້ນ 370 ກີບ/ລິດ ແລະ ນໍ້າມັນ​ກາ​ຊວນ ເພີ່ມ​ຂຶ້ນ 410 ກີບ/ລິດ ສະນັ້ນ ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຕໍ່​ພື້ນຖານ​ເສດຖະກິດ ກໍ່​ຄືຜູ້​ຊົມໃຊ້ໃນ​ກອງ​ປະຊຸມ​ນາຍົກ-ຮອງ​ນາຍົກ ຄັ້ງ​ວັນ​ທີ 16/5/2018 ຜ່ານ​ມາ ຈຶ່ງ​ໄດ້​ຕົກລົງ​ເຫັນ​ດີ​ໃຫ້​ຫຼຸດ​ຄັງ​ແຮ​ລົງ 200 ກີບ/ລິດ (ຈາກ 300 ເຫຼືອ 100 ກີບ/ລິດ) ເຊິ່ງ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຄັ້ງ​ວັນ​ທີ 18/5/2018 ເຮັດ​ໃຫ້​ລາຄາ​ຂາຍຍ່ອຍ​ນໍ້າມັນ​ເຊື້ອ​ໄຟ​ຢູ່​ໃນ​ລາຄາ​ເກົ່າ (ຢູ່​ນະຄອນຫຼວງ​ວຽງ​ຈັນ ແອັດ​ຊັງ​ພິເສດ 10.310 ກີບ/ລິດ ແອັດ​ຊັງ​ທຳ​ມະ​ດາ 9.270 ກີບ/ລິດ ແລະ ກາ​ຊວນ 8.300 ກີບ/ລິດ).

ໃນຕໍ່ໜ້າ ສະພາບ​ລາຄາ​ນໍ້າມັນ​ຕະຫຼາດ​ໂລກ ​ຫາກ​ມີ​ທ່າ​ອ່ຽງ​ສູງ​ຂຶ້ນ​ເລື້ອຍໆ​ຄື​ແນວ​ນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ປວງ​ຊົນ​ລາວ​ບັນດາເຜົ່າ ຜູ້ນຳ​ໃຊ້​ຍານ​ພະ​ຫະ​ນະ​ຕ່າງໆ ຈົ່ງ​ຊ່ວຍ​ກັນ​ປະຢັດ​ໃຊ້​ຈ່າຍ​ໃນ​ສິ່ງ​ທີ່​ຈຳເປັນບໍ່​ຄວນ​ຟຸມ​ເຟືອຍ ເພາະ​ຕື່ມ​ນໍ້າ​ມັນທຸກ​ຄັ້ງ​ແມ່ນ​ເງິນ​ທັງ​ນັ້ນ ຫາກ​ຊ່ວຍ​ກັນ​ປະຢັດ​ໄດ້​ກໍ່​ເປັນ​ການ​ປະຢັດ​ເງິນຕາ ແລະ ເປັນ​ການ​ຊ່ວຍ​ພັດທະນາ​ປະເທດ​ຊາດ​ອີກ​ດ້ວຍ.

 

ແຫລ່ງຂ່າວ: @ມ່ວນ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...