Homeຂ່າວພາຍ​ໃນລາວ ແລະ ກຳປູເຈຍ ຕົກລົງຮ່ວມກັນແກ້ໄຂບັນຫາຂັດແຍ້ງຊາຍແດນ

ລາວ ແລະ ກຳປູເຈຍ ຕົກລົງຮ່ວມກັນແກ້ໄຂບັນຫາຂັດແຍ້ງຊາຍແດນ

Published on

ລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນ ຂອງກຳປູເຈຍ ທ່ານປຣາກ ໂສຄົນ (Prak Sokhonn) ໄດ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຂອງ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ໃນວັນພຸດທີ 16 ພຶດສະພາ 2018 ຜ່ານມາເພື່ອປຶກສາຫາລືກ່ຽວກັບການຊອກຫາຊ່ອງທາງແກ້ໄຂ ບັນຫາຊາຍແດນທີ່ຍັງຄົງຄ້າງລະຫວ່າງປະເທດທັງສອງ ໃຫ້ມີຄວາມຄືບໜ້າ ແລະກ້າວໄປສູ່ຄວາມສຳເລັດ ຕະຫຼອດເສັ້ນຊາຍແດນທີ່ຍັງເຫຼືອຢູ່ 14 ເປີເຊັນຂອງຊາຍແດນທີ່ຍາວທັງໝົດ 535 ກິໂລແມັດນັ້ນ ອີງຕາມເວັບໄຊຂອງກະຊວງການຕ່າງປະເທດ ສປປ ລາວ.

ໃນລະຫວ່າງການພົບປະກັນ ລັດຖະມົນຕີທັງສອງ ຍັງໄດ້ຕົກລົງກັນ ທີ່ຈະຊຸກຍູ້ໃຫ້ຄະນະກຳມະການຊາຍແດນ ຂອງສອງປະເທດ ມີການພົບປະກັນຫຼາຍຂຶ້ນ ເພື່ອພ້ອມກັນແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງລະຫວ່າງປະເທດທັງສອງ ໃຫ້ສຳເລັດລຸລ່ວງ ໃນ
ເວລາອັນຄວນ. ພ້ອມດຽວກັນນີ້ ທັງສອງຝ່າຍ ຍັງຈະສ້າງຕັ້ງກົນໄກ ປະສານງານຂັ້ນກົມກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ຂອງປະເທດທັງສອງ.

 

ແຫລ່ງຂ່າວ: ວີໂອເອລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...