spot_img
Homeຂ່າວຕ່າງປະເທດນີເຊລີ ເລັ່ງປ້ອງກັນການແພ່ເຊື້ອພະຍາດຈາກກົງໂກ

ນີເຊລີ ເລັ່ງປ້ອງກັນການແພ່ເຊື້ອພະຍາດຈາກກົງໂກ

Published on

ລັດຖະມົນຕີກະຊວງສາທາລະນະສຸກນີເຊລີ ກ່າວພາຍຫລັງການປະຊຸມຄະນະລັດຖະມົນຕີ ທາງການນີເຊລີອອກມາດຕະການເລັ່ງດ່ວນເຝົ້າລະວັງຕາມແນວພົມແດນເພື່ອຄວາມປອດໄພຂອງປະຊາຊົນ ໂດຍຈະກວດສອບ ແລະ ຄັດກອງຜູ້ໂດຍສານທີ່ເດີນທາງເຂົ້າມາ ສະເພາະຈາກກົງໂກ ແລະ ປະເທດເພື່ອບ້ານ. ນອກຈາກນີ້ສູນຄວບຄຸມພະຍາດຂອງນີເຊລີຍັງກຽມຈະສົ່ງຄະນະກວດກາເດີນທາງໄປຍັງກົງໂກ ເພື່ອເປັນສ່ວນຫນື່ງຂອງມາດຕະການເພີ່ມຂີດຄວາມສາມາດໃນການຈັດການ ການແພ່ລະບາດຂອງພະຍາດດັ່ງກ່າວ.

ນີເຊລີ ເປັນປະເທດດຽວໃນອາຟຮິກາຕາເວັນຕົກທີ່ມີຫ້ອງປະຕິບັດການເຄື່ອນທີ່ສຳລັບການກວດສອບພະຍາດໄຂ້ເລືອດອອກ ໂດຍໄດ້ຮັບທຶນການສະຫນັບສະຫນູນມາຈາກສະຫະພາບເອີຮົບ ຫ້ອງປະຕິບັດການ ຫລື ຫ້ອງທົດລອງດັ່ງກ່າວສາມາດກວດຫາເຊື້ອພະຍາດໄດ້ຢ່າງໄວວາແມ້ແຕ່ພື້ນທີ່ຫ່າງໄກສອກຫລີກ ປະຈຸບັນຍັງບໍ່ມີວັກຊີນສຳລັບປ້ອງກັນເຊື້ອພະຍາດໄວຮັສອີໂບລາ ທີ່ເຮັດໃຫ້ເກີດພະຍາດຕິດແປດ ອັນຕະລາຍຮ້າຍແຮງສົ່ງຜົນເຖີງຊີວິດນີ້ເທື່ອ.

 

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...