Homeຂ່າວທ້ອງຖິ່ນແຈ້ງການດ່ວນທີ່ສຸດຈາກກະຊວງໂຍທາທິການ ແລະ ຂົົນສົ່ງ

ແຈ້ງການດ່ວນທີ່ສຸດຈາກກະຊວງໂຍທາທິການ ແລະ ຂົົນສົ່ງ

Published on

ແຈ້ງການເຖີງ ສີ່ແຂວງພາກໃຕ້ຂອງ ສປປ ລາວ ໃຫ້ລະມັດລະວັງຕໍ່ການຕົກເຮ່ຍສີ້ນສ່ວນຍານອະວາກາດທີ່ອາດຕົກສູ່ໂລກ ຂອງຈະຫລວດ Long 4C ທີ່ນຳດາວທຽມເຂົ້າສູ່ວົງໂຄຈອນຂອງການເປີດຕົວດາວທຽມ Gaofen-5 ໃນປະເທດຈີນຕອນເຊົ້າວັນທີ 9 ພຶດສະພາ ນີ້.

ດາວທຽມ Gaofen-5 ເປັນສ່ວນຫນື່ງຂອງໂຄງການສັງເກດການແຜ່ນດິນໂລກ ມີການວາງແຜນນຳໃຊ້ເຂົ້າໃນການກວດສອບກ໊າສເຮືອນກະຈົກໃນຊັ້ນບັນຍາກາດ ຄາດວ່າເສດສ່ວນຂອງອະວາກາດຈະຕົກລົງສູ່ປະເທດລາວໃນລະຫວ່າງເວລາ 13:31-13:47ນາທີ. ສະນັ້ນ, ຈື່ງໄດ້ອອກແຈ້ງການເຖີງພີ່ນ້ອງປະຊາຊົນໃຫ້ລະມັດລະວັງຕໍ່ປະກົດການດັ່ງກ່າວ.

ພາກັນລະມັດລະວັງແນ່ເດີ້!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...