Homeຂ່າວຕ່າງປະເທດນາຊາ ກຽມສົ່ງຍານໄປດາວອັງຄານ

ນາຊາ ກຽມສົ່ງຍານໄປດາວອັງຄານ

Published on

ຍານອະວາກາດອິນໄຊສ໌ຈະບິນໄປພ້ອມກັບຈະຫລວດແອດລາສ5 ຈາກຖານທັບອະວາກາດແວນເດນເບີກ ໃນລັດແຄລີຟໍເນຍ ເວລາ 4ໂມງ 5ນາທີ ຂອງມື້ນີ້ ຕາມເວລາຂອບເຂດປາຊີຟິກ ເຊີ່ງກົງກັບເວລາ 18ໂມງ5ນາທີ ຂອງປະເທດລາວ. ກຳນົດລົງຈອດເທີງດາວອັງຄານໃນວັນທີ 26 ພຶດສະພາ, ເນື່ອງຈາກສະພາບອາກາດມີຫມອກປົກຄຸມຫນາເຮັດໃຫ້ເປັນອຸປະສັກພຽງຢ່າງດຽວຂອງການອອກບິນ ແຕ່ເຊື່ອວ່າຈະບໍ່ເປັນບັນຫາຢ່າງແນ່ນອນ.

ໃນການອອກສຳຫລວດໃນຄັ້ງນີ້ແມ່ນເພື່ອສຶກສາເພີ່ມຕື່ມກ່ຽວກັບສະພາບຂອງດາວອັງຄານເພື່ອກຽມສົ່ງນັກສຳຫລວດໄປຫລັງປີ 2030 ແລະ ເພື່ອສຶກສາກ່ຽວກັບການກຳເນີດຂື້ນຂອງດາວແມ່ນເກີດຂື້ນມາໄດ້ຢ່າງໃດ  ໂຄງການນີ້ແມ່ນມີມູນຄ່າເຖີງ 993ລ້ານໂດລາສະຫະລັດ ຫລື ປະມານ 8.243.886.000.000 ກີບ.

ນັກວິທະຍາສາດຂອງນາຊາກ່າວວ່າ ເປັນທີ່ຮູ້ກັນດີວ່າດາວອັງຄານມີແຜ່ນດິນໄຫວ, ຫິມະປົກຄຸມ ແລະ ອຸກາບາດຕົກໃສ່. ນາຊາຕ້ອງການຮູ້ແນວໂນ້ມການເກີດແຜ່ນດິນໄຫວວ່າຖີ່ພຽງໃດ ເພາະເປັນຂໍ້ມູນຈຳເປັນຕໍ່ການສົ່ງຄົນໄປສຳຫລວດ.

ຍານອິນໄຊສ໌ໃຊ້ພະລັງງານແສງອາທິດ ແລະ ແບັດເຕີລີ້ ອອກແບບໃຫ້ໃຊ້ງານໄດ້ 26ເດືອນຢູ່ໂລກ ຫລື ເທົ່າກັບ 1ປີເທີງດາວອັງຄານ.

 

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...